NATOຜັນຂະຫຍາຍກຳລັງທະຫານຕື່ມອີກເຖິງເອີລົບຕາເວັນອອກ
NATOຜັນຂະຫຍາຍກຳລັງທະຫານຕື່ມອີກເຖິງເອີລົບຕາເວັນອອກ
photo:internet
|
(vovworld) - ວັນທີ 16/4, NATO ຖະແຫລງວ່າ: ພັນທະມິດການທະຫານນີ້ຈະຜັນຂະຫຍາຍກຳລັງທະຫານເຮືອ, ທະຫານບົກ, ທະຫານອາກາດຕື່ມອີກເຖິງ ເອີລົບຕາເວັນອອກ ເພື່ອຕອບໂຕ້ວິກິດການນັບມື້ນັບຊົ່ວຮ້າຍຢູ່ ຢູແກຼນ. ກ່າວຄຳເຫັນພາຍຫລັງການປະຊຸມຂອງບັນດາເອກອັກຄະລັດຖະທູດ NATO ປະຈຳ ບຣຸກແຊນ ປະເທດ ແບນຊີກ, ທ່ານ Anders Fogh Rasmussen, ເລຂາທິການໃຫຍ່ NATO ບໍ່ເປີດເຜີຍຈຳນວນທະຫານ ກໍຄືພາຫະນະໃຫມ່ທີ່ຈະຜັນຂະຫຍາຍ, ແຕ່ທ່ານໃຫ້ຮູ້ວ່າ: NATO ຈະເພີ່ມທະວີຄວາມສາມາດປ້ອງກັນອາກາດຢູ່ເຂດທະເລ Baltic ພ້ອມທັງເພີ່ມຈຳນວນກຳປັ່ນຮົບຢູ່ທັງເຂດນີ້ ແລະ ທາງທິດຕາເວັນອອກທະເລເມດີເຕຮາເນຍ ຖ້າມີຄວາມຈຳເປັນ. ທ່ານ Rasmussen, ເນັ້ນຫນັກວ່າ: ດ້ວຍບັນດາມາດຕະການເໝາະສົມກັບກົດໝາຍສາກົນ, NATOພ້ອມແລ້ວສະຫນັບສະຫນູນບັນດາປະເທດພັນທະມິດຕ້ານຄືນບໍ່ວ່າຄວາມອັນຕະລາຍໃດຕາມຄຳໝັ້ນສັນຍາຂອງຕົນ.
ໃນຂະນະນັ້ນ, ຜູ້ຕາງຫນ້າປະຈຳລັດເຊຍ ຢູ່ NATO, ທ່ານ Aleksander Grushko ຖະແຫລງວ່າ:ບັນດາມາດຕະການເພີ່ມທະວີການເຄື່ອນໄຫວການທະຫານຂອງ NATO ແມ່ນໄປຝືນກັບຫນ້າທີ່ຫລຸດຜ່ອນຄວາມເຄັ່ງຕຶງພວມປີ້ນຂັນໄດຢູ່ ຢູແກຼນ ລົງ.
ໃນວັນດຽວກັນ, ທ່ານ Frank Walter Steinmeier, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ຢືນຢັນ: ການເຈລະຈາ 4 ຝ່າຍກ່ຽວກັບ ຢູແກຼນ ຢູ່ເຊີແນວ ແມ່ນບໍ່ໄດ້ປະລາໄຊຢ່າງເດັດຂາດ.