OPECຕົກລົງຮັກສາປະລິມານນ້ຳມັນໄວ້ຄືເກົ່າ

OPECຕົກລົງຮັກສາປະລິມານນ້ຳມັນໄວ້ຄືເກົ່າ - ảnh 1

(vovworld) - ຖືກ​​ກັບ​ການ​ຄາ​ດ​ຄະ​ເນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ, ເມື່ອ​ສິ້ນ​ສຸດກອງ​ປະ​ຊຸມ​ຢູ່ ວຽນ, ປະ​ເທດ ໂອ​ຕ​ຣິດ, ວັນ​ທີ 5/6, ອົງ​ການ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ​ (OPEC) ໄດ້​ຕົກ​ລົງ​ຮັກ​ສາ​ປະ​ລິ​ມານ​ນ້ຳ​ມັນ​​ໄວ້​ໃນ​ລະ​ດັບ​ເກົ່າ​ແມ່ນ​ສະ​ໜອງ ນ້ຳ​ມັນ​ດິບ 30 ​ລ້ານຖັງ/ວັນ​ອອກ​ສູ່​ຕະຫຼາດ​ໂລກ. ກ່າ​ວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ນ້ຳ​ມັນ ອີ​ຣັກ Adel Abdul Mahdi ສະ​ແດງ​ຄວາມ​ເພິ​ງ​ພ​ໍ​ໃຈ​​ຕໍ່​ຂໍ້​ຕົກ​ລົງ​ຂອງ OPEC, ຖື​ວ່າ​ເລື່ອງ​ຮັກ​ສາ​ປະ​ລິ​ມານ​ແມ່ນ​ຍຸດ​ທະ​ສາ​​ດຈຳ​ເປັນ​ໃນ​ສະ​ພາບ​ຄື​ປະ​ຈຸ​ບັນ. ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ການ​ຜັນ​ແປ​ຂອງ​ລາ​ຄາ​ນ້ຳ​ມັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ OPEC Abdalla El Badri ເນັ້ນ​ໜັກ​ວ່າ: ລາ​ຄາ​ນ້ຳ​ມັນ​ຈະ​ໂດຍ​ຕະຫຼາດ​ຕັ​ດ​ສິນ ແລະ OPEC ບໍ່​ສາ​ມາດ​ແຊກ​ແຊງ​ເຂົ້າ​ສິ່ງ​ດັ່ງ​ກ່າວ​ໄດ້.

 


ຂ່າວ/ບົດ​ອື່ນ