VOV ຕັ້ງແຜ່ນສີລາລະນຶກ 60 ປີແຫ່ງວັນປະທານໂຮ່ຈິມິນມາຢ້ຽມຢາມ

VOV ຕັ້ງແຜ່ນສີລາລະນຶກ 60 ປີແຫ່ງວັນປະທານໂຮ່ຈິມິນມາຢ້ຽມຢາມ  - ảnh 1
ບັນ​ດາ​ການ​ນຳ VOV ໃນ​ພິ​ທີ​ຕັ້ງ​ແຜ່ນ​ສີ​ລາ​ລະ​ນຶກ 60 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມິນ​ມາ​ຢ້ຽມ​ຢາມ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ແລະ ມຸ່ງ​ໄປ​ສູ່​ການ​​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 18/5, ຢູ່​ສຳ​ນັກ​ງານວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມທີ່ຮ່າ​ໂນ້ຍ, ໄດ້​ຈັດພິ​ທີ​ຕັ້ງ​ແຜ່ນ​ສີ​ລາ​ລະ​ນຶກ 60 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມິນ​ມາ​ຢ້ຽມ​ຢາມ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ກ່ຽມ​ກັບ​ຄວາມ​ໝາຍ​ຂອງ​ການ​ຕັ້ງແຜ່ນ​ສີ​ລາ​ລະ​ນຶກ 60 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມິນ​ມາ​ຢ້ຽມ​ຢາມ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ທ່ານ ຫງວຽນ​ດັງ​ຕ້ຽນ ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ກ່າວ​ວ່າ :

    “ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມໄດ້​ຕັ້ງແຜ່ນ​ສີ​ລາ​ລະ​ນຶກ 60 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມິນ​ມາ​ຢ້ຽມ​ຢາມ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ໃນ​ຕະຫຼອດ​ການ​ຕໍ່​ຕ້ານ 2 ຄັ້ງ​ຕ້ານ​ຝະ​ລັງ ແລະ ອາ​ເມ​ລິ​ກາ. ​ປະ​ທານ​ໂຮ່​ຈິ​ມິນ​ໄດ້ມາ​ຢ້ຽມ​ຢາມ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ 6 ຄັ້ງ. ນີ້​ແມ່ນ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ທີ່​ມີ​ຕໍ່​ເພິ່ນ ”

ຂ່າວ/ບົດ​ອື່ນ