(vovworld) - ວັນທີ 20/07, ຢູ່ຮ່າໂນ້ຍ, ທະນາຄານໂລກ (WB) ປະຈຳຫວຽດນາມ ໄດ້ປະກາດບົດລາຍງານອັບເດັດສະພາບການພັດທະນາເສດຖະກິດຂອງຫວຽດນາມ. ສະເໜີບົດລາຍງານກ່ຽວກັບສະພາບການພັດທະນາເສດຖະກິດຫວຽດນາມ ໃນໄລຍະຜ່ານມາ, ທ່ານ Sebartian Eckardt, ຜູ້ຊ່ຽວຊານເສດຖະກິດຂັ້ນສູງຂອງ WB, ເນັ້ນໜັກວ່າ, ເສດຖະກິດຫວຽດນາມ ສືບຕໍ່ຟື້ນຟູດ້ວຍລະດັບ GDP ຄາດວ່າບັນລຸ 6,28% ໃນ 6 ເດືອນຕົນປີ 2015. ນີ້ແມ່ນລະດັບເຕີບໂຕໃນ 6 ເດືອນສູງສຸດໃນຮອບເວລາ 5 ປີຜ່ານມາຂອງຫວຽດນາມ . ການຟື້ນຟູດັ່ງກ່າວເປັນຕົ້ນແມ່ນອີງໃສ່ໝາກຜົນການເຄື່ອນໄຫວຢ່າງຕັ້ງໜ້າໃນຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ ແລະ ກໍ່ສ້າງ. ຍອດລະດັບຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການເພີ່ມຂຶ້ນສູງພໍສົມຄວນ. ແຕ່ວ່າ, ວິວັດການຟື້ນຟູຍັງບໍ່ທັນສະໝຳ່ສະເໝີ.
ບົດລາຍງານໄດ້ທົບທ້ວນຄືນສະພາບການພັດທະນາເສດຖະກິດຫວຽດນາມ, ໂດຍ WB ປະກາດຄັ້ງນີ້, ມີພາກໜຶ່ງກ່ຽວກັບຕະຫຼາດແຮງງານຢູ່ຫວຽດນາມ, ໃນນັ້ນໄດ້ພັນລະນາລະອຽດກ່ຽວກັບການຫັນປ່ຽນໃຫຍ່ຫຼວງທາງດ້ານວຽກເຮັດງານທຳຂອງຫວຽດນາມ ໃນຮອບເວລາ 25 ປີຜ່ານມາ.