WTO ຮັກສາຄຳ ຕັດສິນຕໍ່ບັນຫາດິນ ຫາຍາກຂອງຈີນ


WTO ຮັກສາຄຳ ຕັດສິນຕໍ່ບັນຫາດິນ ຫາຍາກຂອງຈີນ - ảnh 1

(ພາບ: AFP/TTXVN )

(vovworld) –​ວັນ​ທີ 7/8, ອົງການ​ການ​ຄ້າ​ໂລກ (WTO) ​ໄດ້​ຮັກສາຄຳ​ຕັດສິນ​ໂດຍ​ຢັ້ງຢືນ​ວ່າຈີນ​ ໄດ້​ລະ​ເມີດ​ບັນດາ​ຂໍ້​ກຳນົດ​ດ້ານການ​ຄ້າ​ທົ່ວ​ໂລກ ດ້ວຍ​ເລື່ອງ​ຈຳກັດ​ການ​ສົ່ງ​ອອກ​ດິນ​ຫາ​ຍາກ ຊື່​ງ​ແມ່ນ​ວັດຖຸ​ໄດ້​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ບັນດາ​ຂົງ​ເຂດ​ຄື: ພະລັງງານ​ຜະລິດ​ຄືນ​ໃໝ່, ​ໂທລະ​ຄົມ, ການ​ປ້ອງ​ກັນຊາ​ດ ​ແລະ ບັນດາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ​ອື່ນໆ. ​ໃນ​ແຈ້ງ​ການ​ເມື່ອ​ວັນ​ທີ 7/8, ຄະນະ​​ອຸທອນ​ຂອງ ​ WTO ໄດ້ປະຕິ​ເສດ​ໃບຂໍ​ອຸທອນ​ຂອງ​ປັກ​ກິ​ງ ຍ້ອນ​ບໍ່​ພິສູດ​ໄດ້​ວ່າ, ບັນດາ​ໂກ​ຕາ​ສົ່ງ​ອອກ​ໂດຍ​ຈີນ​ ນຳ​ໃຊ້​ສຳລັບ​ດິນ​ຫາ​ຍາກ, ກໍ່​ຄື vonfram ​ແລະ molypden ​ແມ່ນ​​ສົມ​ເຫດ​ສົມ​ຜົນ, ຄະນະ​ອຸທອນ​ຂອງ​ WTO ໄດ້ຮຽກຮ້ອງ​ຈີນ​ຕ້ອງ​ດັດສົມ​ໃຫ້​ສອດຄ່ອງ​ກັບ​ບັນດາ​ຫຼັກການ​ການ​ຄ້າ​ສາກົນ. ຂໍ້​ຕົກລົງ​ຂອງຄະນະຕັດສິນ​ອຸທອນ​​ຂອງ ​ WTO ຖືກ​ຖື​ວ່າ​ແມ່ນ​ຂໍ້​ຕົກລົງ​ສຸດ​ທ້າຍ ​ແລະ ກ່ຽວ​ກັບ​ຫຼັກການ​ຂອງ​ບັນດາ​ປະ​ເທດ​ສະມາຊິກ WTO ມີ​ພັນທະຕ້ອງປະຕິບັດຕາມ​ຕາມ​ຂໍ້​ຕົກລົງ​ຂອງ​ອົງການ​ນີ້. ສ່ວນ​ຝ່າຍ​ຈີນ​ສະ​ແດງ “ຄວາມ​ເສຍ​ດາຍ​ຢ່າງ​ແຮງ“ ກ່ຽວ​ກັບ​ຂໍ້​ຕົກລົງ​ດັ່ງກ່າວ, ພ້ອມ​ທັງ​ຖື​ວ່າ, ​ເຂົາ​ເຈົ້າ “ບໍ່​ປະລະ​ສິດ​ຂອງ​ຕົນ​ເມື່ອ​ເຂົ້າຮ່ວມ WTO ​ແນ​ໃສ່​ຢັ້ງຢືນ​​ເລື່ອງຮັບປະກັນ​ອາກອນ​ສົ່ງ​ອອກ​ອີງ​ຕາມ​ຄວາມ​ຈຳ​ເປັນ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ“./.

ຂ່າວ/ບົດ​ອື່ນ