(vovworld) - ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (Vasep) ແລ້ວ, ກະຊວງການຄ້າອາເມລິກາ (DOC) ໄດ້ຕົກລົງໃນເບື້ອງຕົ້ນລະດັບພາສີຕ້ານການຂາຍບຸບລາຄາກຸ້ງຂອງ ຫວຽດນາມ ທີ່ນຳເຂົ້າຕະຫຼາດ ອາເມລິກາ ໄລຍະແຕ່ວັນທີ 01/02/2011 ຮອດວັນທີ 31/01/2012 (POR7) ແມ່ນ 0% ໃຫ້ຝ່າຍໂຈດ. ຕາມ Vasep ແລ້ວ, ນີ້ເປັນຄັ້ງທຳອິດໃນປະຫວັດແຫ່ງການທີ່ພິຈາລະນາພາສີຕ້ານການຂາຍບຸບລາຄາກຸ້ງຂອງ ຫວຽດນາມ ນຳເຂົ້າອາເມລິກາ, DOC ໄດ້ຮັບຮູ້ທຸກວິສາຫະກິດຂອງຫວຽດນາມ ທີ່ຂາຍກຸ້ງໃຫ້ບໍ່ຂາຍບຸບລາຄາ. ຄຳຕັດສິນດັ່ງກ່າວ ໄດ້ນຳມາເຊິ່ງຄວາມຫວັງໃຫ້ແກ່ບັນດາວິສາຫະກິດກຸ້ງຂອງ ຫວຽດນາມໃນສະພາບການຕະຫຼາດມີຄວາມຫຍຸ້ງຍາກຄືປະຈຸບັນ. ຕາມ Vasep ແລ້ວ, ເຖິງວ່າໄດ້ຜ່ອນຄາຍ ບັນດາມາດຕະການຕ້ານການຂາຍບຸບລາຄາກຸງ ຊົ່ວຄາວແລ້ວກໍ່ຕາມ, ແຕ່ຝ່າຍ ອາເມລິກາ ຍັງຄົງສືບຕໍ່ກໍລະນຮ້ອງຟ້ອງເລີ່ມແຕ່ທ້າຍປີ 2012 ກ່ຽວກັບຕ້ານການໜູນຊ່ວຍສຳລັບປະເພດສິນຄ້າ ກຸງຂອງ ຫວຽດນາມ ແລະ ປະເທດຈຳນວນໜຶ່ງ. ປີ 2012, ອາເມລິກາ ແມ່ນຕະຫຼາດນຳເຂົ້າກຸ້ງ ໃຫຍ່ອັນດັບ 2 ຂອງ ຫວຽດນາມ ທັດຈາກ ຍີ່ປຸ່ນ, ດ້ວຍມູນຄ່າບັນລຸກ່ວາ 454,5 ລ້ານ USD ແລະ ກວມກ່ວາ 20% ອັດຕາສ່ວນການສົ່ງອອກກຸ້ງຂອງ ຫວຽດນາມ. ເດືອນ 1/2013, ອາເມລິກາ ໄດ້ລື່ນກາຍ ຍີ່ປຸ່ນ, ນຳໜ້າໃນການນຳເຂົ້າກຸ້ງຂອງ ຫວຽດນາມ ດ້ວຍລະດັບເຕີບໂຕເກືອບ 40% ເມື່ອທຽບໃສ່ເດືອນ 1/2012.