ປູກຕົ້ນໄມ້ປົກປັກຮັກສາສິ່ງແວດລ້ອມ
ພາບປະກອບ:internet
|
(vovworld)- ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ(ສະບັບປັບປຸງ) ໂດຍສະພາແຫ່ງຊາດຮັບຮອງເອົາເມື່ອວັນທີ 23/6/2014 ໄດ້ສ້າງບາດກ້າວບຸກທະລຸໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ນັ້ນແມ່ນຄຳຢືນຢັນຂອງທ່ານ ຫງວຽນມີງກວາງ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເມື່ອກົດໝາຍສະບັບດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 1/1/2015 ເປັນຕົ້ນໄປ. ກົດໝາຍສະບັບນີ້ ໄດ້ກຳນົດຢ່າງແຫນ້ນແຟ້ນໃນການປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນແມ່ນບັນຫາຕີລາຄາຜົນກະທົບເຖິງສິ່ງແວດລ້ອມສຳລັບບັນດາການເຄື່ອນໄຫວຂຸດຄົ້ນ, ນຳໃຊ້ຊັບພະຍາກອນທຳມະຊາດ.