ກຸ່ມກະບົດ Houthi ຢູ່ Yemen ເຫັນດີກັບ ຂໍ້ຕົກລົງຢຸດຍິງໃໝ່

ກຸ່ມກະບົດ Houthi ຢູ່ Yemen ເຫັນດີກັບ ຂໍ້ຕົກລົງຢຸດຍິງໃໝ່ - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 10/05, ກຸ່​ມກະບົດ Houthi ຢູ່ Yemen, ຖະ​ແຫຼ​ງວ່າ ​ເຫັນ​ດີ​ກັບ​ຂໍ້​ຕົກລົງ​ຢຸດ​ຍິງ​ມະນຸດສະທຳທີ່​ແກ່ຍາວ​ເປັນ​ເວລາ 5 ວັນ ​ໂດຍ ຊະ​ອຸ​ດີ ອາຣາ​ເບຍ ສະ​ເໜີ, ​ແຕ່​ຕັກ​ເຕື່ອນວ່າ ຈະ​ໂຕ້​ຕອບ​ທຸ​ກການ​ເຄື່ອນ​ໄຫວ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ດັ່ງກ່າວ. ທ່ານ​ລັດ​ທະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ, ຮັບຜິດ​ຊອບ​ບັນຫາ​ການ​ທູດ​ ຊະ​ອຸດີ ອາຣາ​ເບຍ Anwar Gargash ​ໄດ້​ຊົມ​ເຊີຍຂໍ້​ຕົກລົງ​ດັ່ງກ່າວ​ຂອງ​ກຸ່ມ​ກະບົດ Houthi ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ສິ່ງ​ດັ່ງກ່າວ​ຈະ​ເປີດຊ່ອງທາງ​ມຸ່ງ​ໄປ​ເຖິງ​​ການ​ເຈລະຈາ​ດ້ານ​ການ​ເມືອງ. ​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳດັ່ງກ່າວ​ໂດຍ ຊະ​ອຸດີ ອາຣາ​ເບຍ ປະກາດ​ແຕ່​ວັນ​ທີ 07/05, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ເຄື່ອນ​​ໄຫວ​ໜູນ​ຊ່ວຍ​ປະຊາຊົນ Yemen ທີ່ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ຂ່າວ/ບົດ​ອື່ນ