( ພາບປະກອບ )
|
( vovworld ) - ວັນທີ 19/3, ກຸ່ມຜູ້ຊ່ຽວຊານເຊິ່ງລວມມີສະມາຊິກ 5 ຄົນໂດຍທູດພິເສດຂອງສະຫະປະຊາຊາດ - ສະຫະພັນອາຣັບ Kofi Annan ໄດ້ສົ່ງໄປເຖິງຊີຣີ, ພວກເຂົາເຈົ້າຈະເຮັດວຽກຢູ່ປະເທດນີ້ຈົນກວ່າວ່າບັນລຸໄດ້ຄວາມຄືບໜ້າໃນການຕິດຕາມກວດກາເພື່ອແນໃສ່ຢຸດຕິການໃຊ້ຄວາມຮຸນແຮງຢູ່ປະເທດນີ້. ຕາມທ່ານ Ahmad Fawzi, ໂຄສົກຂອງທູດພິເສດ Kofi Annan ແລ້ວ, ສະມາຊິກ 5 ຄົນແມ່ນຜູ້ມີວີຊາການກ່ຽວກັບດ້ານການເມືອງ, ຮັກສາສັນຕິພາບ ແລະ ໄກ່ເກ່ຍປອງດອງ.
ໃນຂະນະນັ້ນ, ການໃຊ້ຄວາມຮຸນແຮງທີ່ນອງເລືອດພວມສືບຕໍ່ເກີດຂຶ້ນຕໍ່ຢູ່ຊີຣີ. ບັນດາກຸ່ມກໍ່ການຮ້າຍປະກອບອາວຸດໄດ້ບຸກໂຈມຕີ ແລະ ເຂັ່ນຂ້າ 14 ຄົນໃນໝູ່ບ້ານແຫ່ງໜື່ງ ຢູ່ເຂດ Al – Qusair ຂຶ້ນກັບນະຄອນ Homs ທາງພາກກາງປະເທດນີ້. ບັນດາແຫຼ່ງຂ່າວກ່ຽວກັບການປ້ອງກັນຄວາມສະຫງົບຂອງຊີຣີ ໃຫ້ຮູ້ວ່າ ໃນບັນດາການປະທະກັນກັບກຳລັງຂອງລັດຖະບານຢູ່ເຂດ Talkalkh, ຕິດກັບຊາຍແດນປະເທດລີບັງ, ມີທະຫານກະບົດຫຼາຍຄົນໄດ້ວາງອາວຸດ. ອຳນາດການປົກຄອງຊີຣີ ໄດ້ເຢຶດເອົາອາວຸດ, ລູກປຶນ ແລະ ໜັງສືຜ່ານແດນປອມຫຼາຍພໍສົມຄວນ.