(ພາບປະກອບ)
(vovworld) - ວັນທີ 01/07, ຢູ່ນະຄອນ ເກີນເທີ, ຄະນະກຳມະການຊົນເຜົ່າ ໄດ້ຈັດກອງປະຊຸມສຳມະນາທາບທາມຮ່າງຈົດໝາຍລັດຖະການແນະນຳການປະຕິບັດບັນດາຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບວຽກງານຊົນເຜົ່າ ແລະ ໂຄງການເຄື່ອນໄຫວຜັນຂະຫຍາຍຍຸດທະສາດວຽກງານຊົນເຜົ່າຮອດປີ 2020. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຊີນມິນທັ໋ງ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ ເນັ້ນໜັກວ່າ, ໃນຍຸດທະສາດວຽກງານຊົນເຜົ່າຮອດປີ 2020 ມີ 9 ໜ້າທີ່ ແລະ ມາດຕະການຕົ້ນຕໍ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງວຽກງານພັດທະນາການສຶກສາ, ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເຊິ່ງແມ່ນຊາວຊົນເຜົ່າສ່ວນໜ້ອຍ. ຄາດວ່າ, ບັນດາໂຄງການ, ນະໂຍບາຍ, ແຜນຮ່າງທີ່ຂຶ້ນກັບຂົງເຂດສຶກສາທີ່ສະຫງວນໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍ ມີຍອດຈຳນວນເງິນກວ່າ 50 ຕື້ດົງ. ຄຽງຂ້າງນັ້ນ, ບັນດາຄາດໝາຍຍູ້ແຮງວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ຕິດຜັນກັບການປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ, ຮັກສາກຸ່ມກ້ອມມະຫາສາມັກຄືທົ່ວປວງຊົນທັງຊາດຢ່າງໝັ້ນຄົງ.