ກໍ່ສ້າງເຫຼົ່າທັບເຮືອໃຫ້ທັນສະໄໝ

(VOVWORLD) -ວັນທີ 19 ມີນາ, ຢູ່ນະຄອນຫາຍຟ່ອງ, ກອງບັນຊາການກອງທັບເຮືອ ໄດ້ຈັດການພົບປະສັງສັນກັບບັນດາອົງການສື່ມວນຊົນເນື່ອງໃນໂອກາດຕົ້ນລະດູບານໃໝ່ປີ ສະຫຼູ 2021. 
ກໍ່ສ້າງເຫຼົ່າທັບເຮືອໃຫ້ທັນສະໄໝ - ảnh 1ການພົບປະສັງສັນ ລະຫວ່າງກອງທັບເຮືອ ກັບສື່ມວນຊົນ

     ແຫຼ່ງຂ່າວຈາກການພົບປະໃຫ້ຮູ້ວ່າ ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ໃນເງື່ອນໄຂໂລກລະບາດໂຄວິດ-19 ແລະ ສະພາບການພາກພື້ນ ແລະ ໂລກມີການຜັນແປຢ່າງສັບສົນ, ແຕ່ພະນັກງານນັກຮົບທະຫານເຮືອປະຊາຊົນຫວຽດນາມ ໄດ້ສາມັກຄີກັນ ຜ່ານຜ່າສິ່ງທ້າທາຍ, ເຮັດສຳເລັດບັນດາໜ້າທີ່ຊຶ່ງໄດ້ຮັບມອບໝາຍເປັນຢ່າງດີ. ທ່ານພົນຕີ ຫງວຽນວັນບົ້ງ ຮັບຜິດຊອບການເມືອງ ເຫຼົ່າທັບເຮືອ ໃຫ້ຮູ້ວ່າ :

    “ ໃນບໍ່ວ່າສະພາບການໃດໆ, ພະນັກງານ ນັກຮົບ ທະຫານເຮືອຕ້ອງເປັນເສນາທິການຢ່າງຖືກຕ້ອງໃນການແກ້ໄຂບັນດາກໍລະນີຢູ່ທະເລ, ບໍ່ປະໃຫ້ຖືກຕົກຢູ່ໃນທ່າຮັບ, ກະທັນຫັນ ແລະ ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະໃຫ້ໝັ້ນຄົງໜັກແໜ້ນ. ຮັກສາສັນຕິພາບຢູ່ທະເລ, ປະກອບສ່ວນຮັກສາສັນຕິພາບຂອງປະເທດຊາດ,  ກໍ່ສ້າງເຫຼົ່າທັບເຮືອໃຫ້ທັນສະໄໝ”

ຕອບກັບ

ຂ່າວ/ບົດ​ອື່ນ