ກອງທັບຫວຽດນາມແລະກອງທັບຟີລິບປິນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ທ່ານຮອງພົນເຮືອເອກ Jose Luis M.Alano ແລະ ທ່ານພົນເອກ ຟຸ່ງກວາງແທງ
(ພາບ:Nguyễn Hồng Pha/TTXVN)
(vovworld) - ຕອນບ່າຍວັນທີ 20/3, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບຄະນະຜູ້ແທນກອງບັນຊາກອງທັບເຮືອ ຟີລິບປິນ, ໂດຍທ່ານຮອງພົນເຮືອເອກ Jose Luis M.Alano ນຳໜ້າ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງໝາກຜົນແຫ່ງການເຮັດວຽກລະຫວ່າງກອງບັນຊາກອງທັບເຮືອສອງປະເທດ. ທ່ານລັດຖະມົນຕີຢືນຢັນວ່າການຢ້ຽມຢາມຂອງທ່ານຮອງພົນເຮືອເອກ Jose Luis M.Alano ບໍ່ພຽງແຕ່ແນໃສ່ປະຕິບັດຂໍ້ຕົກລົງຮ່ວມມືປ້ອງກັນປະເທດສອງຝ່າຍ, ແບ່ງປັນຂໍ້ມູນຂ່າວສານ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບເວົ້າລວມ ແລະ ກອງທັບເຮືອສອງປະເທດເວົ້າສະເພາະເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງ ຫວຽດນາມ ແລະ ຟີລິບປິນ ໃຫ້ນັບມື້ນັບພັດທະນາອີກດ້ວຍ.
ທ່ານພົນເອກ ຟຸ່ງກວາງແທງ ຖືວ່າ, ໃນໄລຍະຈະມາເຖີງ, ກອງທັບເຮືອ ຫວຽດນາມ ແລະ ຟີລິບປິນ ຄວນສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດບຳລຸງສ້າງ, ແບ່ງປັນຂໍ້ມູນຂ່າວສານ, ເພີ່ມທະວີການຝຶກຊ້ອມກູ້ໄພກູ້ຊີບ, ຍົກສູງລະດັບຮັບມືເມື່ອມີເຫດການເກີດຂຶ້ນ. ພິເສດ, ກະຊວງປ້ອງກັນປະເທດສອງປະເທດຄວນສ້າງຕັ້ງໂທລະສັບສາຍດ່ວນເພື່ອແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາຂົງເຂດທີ່ທັງສອງຝ່າຍຕ່າງມີຄວາມສົນໃຈ.