ກອງປະຊຸມຄັ້ງທີ 11 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ-ຈີນ

(VOVWORLD) -ຕອນເຊົ້າວັນທີ 16 ກັນຍາ ຢູ່ ນະຄອນ ໂຮ່ຈິມີນ, ທ່ານ ຟ້າມບີງມີງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ພ້ອມກັບ ທ່ານ ຫວາງອີ ກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 11 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ -ຈີນ. 

ນະທີ່ນີ້ ສອງຝ່າຍເຫັນດີສົມທົບກັນກະກຽມບັນດາການຢ້ຽມຢາມ, ການພົບປະລະຫວ່າງການນຳຂັ້ນສູງສອງປະເທດໃຫ້ເປັນຢ່າງດີ, ຜັນຂະຫຍາຍປະສິດທິຜົນການຮ່ວມມືລະຫວ່າງສອງພັກ, ເສີມຂະຫຍາຍບົດບາດຂອງສອງກະຊວງການຕ່າງປະເທດໃນການປະສານງານ, ຊຸກຍູ້ການພົວພັນສອງປະເທດ, ຜັນຂະຫຍາຍບັນດາກົນໄກພົບປະແລກປ່ຽນ, ການຮ່ວມມືໃນບັນດາຂົງເຂດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປະຕິບັດກົດໝາຍ. ກ່ຽວກັບດ້ານເສດຖະກິດ ການຄ້າ, ສອງຝ່າຍເຫັນດີສືບຕໍ່ນຳໃຊ້ບັນດາມາດຕະການຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ການຄ້າ, ການລົງທຶນ ພັດທະນາຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີຍູ້ແຮງການຮ່ວມືໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ສິ່ງແວດລ້ອມ, ຄົມມະນາຄົມຂົນສົ່ງ, ກະສິກຳ, ສາທາລະນະສຸກ, ເປີດກວ້າງການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ສື່ມວນຊົນ ແລະ ພົບປະແລກປ່ຽນປະຊາຊົນ.

ສອງຝ່າຍປືກສາຫາລືຢ່າງກົງໄປກົງມາກ່ຽວກັບບັນຫາບົນທະເລ, ເຫັນດີເຄົາລົບຄວາມຮັບຮູ້ລວມສຳຄັນທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ແລະ ຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາບົນທະເລ ຫວຽດນາມ - ຈີນ, ຊຸກຍູ້ບັນດາກົນໄກເຈລະຈາກ່ຽວກັບບັນຫາບົນທະເລເພື່ອໃຫ້ບັນລຸໝາກຜົນແທດຈິງ, ປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ສືບຕໍ່ຈິດໃຈຮ່ວມມື, ສ້າງສັນ ແລະ ຕັ້ງຫນ້າພ້ອມກັບບັນດາປະເທດ ອາຊຽນ ແລກປ່ຽນບັນດາເນື້ອໃນລະອຽດ, ແທດຈິງຂອງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ຄວມຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ເປັນສັກຂິພິຍານພິທີລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 11 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ