ກອງປະຊຸມຄັ້ງທີ 12 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

(VOVWORLD) - ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 12 ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. 
ກອງປະຊຸມຄັ້ງທີ 12 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທີ່ກອງປະຊຸມ 

ວາລະປຶກສາຫາລື ໄດ້ປະກອບຄຳເຫັນກ່ຽວກັບຄວາມກ້າວໜ້າ, ໝາກຜົນແຫ່ງການປະຕິບັດໂຄງການປະຕິບັດງານຂອງຄະນະຊີ້ນຳໄລຍະ 6 ເດືອນຕົ້ນປີ, ໜ້າທີ່ຈຸດສຸໄລຍະ 6 ເດືອນທ້າຍປີ 2017. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:

        “ທຸກໆອົງການຕ້ອງເຂົ້າຮ່ວມ, ນັບທັງສັງຄົມກໍ່ເຫັນດີເຫັນພ້ອມ, ສະໜັບສະໜູນພວກເຮົາ, ໄລຍະຈະມາເຖິງ, ພວກເຮົາຕ້ອງປະຕິບັດຢ່າງຂ້ຽວຂາດກ່ວາອີກ, ມີປະສິດທິຜົນກ່ວາອີກ, ບໍ່ມີສິ່ງກີດຂວາງໃດໆ, ບໍ່ຢ້ານຄວາມກົດດັ່ນໃດໆ. ໄລຍະຜ່ານມາພວກເຮົາປະຕິບັດໄດ້ດີແລ້ວ. ປະຊາຊົນມີຄວາມເຫັນດີເຫັນພ້ອມ, ບັນດາສະມາຊິກພັກກໍ່ເຫັນດີເຫັນພ້ອມ, ສັດຕູກໍ່ບໍ່ສາມາດເສກສັນປັ້ນແຕ່ງໄດ້ ຖ້າພວກເຮົາປະຕິບັດໃຫ້ຖືກຕ້ອງ.”

ຕອບກັບ

ຂ່າວ/ບົດ​ອື່ນ