ກອງປະຊຸມຄັ້ງທີ 6 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ອັງໂກລາ

ກອງປະຊຸມຄັ້ງທີ 6 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ອັງໂກລາ - ảnh 1
ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງ 2 ປະເທດ

(vovworld) – ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ ໄດ້ດຳ​ເນີນ​ກອງ​ປະຊຸມຄັ້ງທີ 6, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ອັງ​ໂກລາ, ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ລັດຖະມົນຕີ​​ສຶກສາ​ບຳລຸງ​ສ້າງ ຟ້າ​ມຫວູລ້ວນ, ປະທານອະນຸ​ກຳມະການ​ຫວຽດນາມ ​ແລະ ທ່ານນາງລັດຖະມົນຕີ​​ສຶກສາ​ມະຫາວິທະຍາ​ໄລ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຢີ Maria Candida Teixeira, ປະທານ​ອະນຸ​ກຳມະການ​ອັງ​ໂກລາ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສອງ​ຝ່າຍ​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ສອງ​ຝ່າຍ​ໄລຍະ 2011 – 2013 ຕາມ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ, ກຳນົດ​ທິດ​ທາງ​ຮ່ວມ​ມື​ໄລຍະ 2013-2015. ​ໃນໄລຍະ 2013-2015, ສອງ​ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ພົບ​ປະ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ລົງທຶນ​ຢູ່​ແຕ່ລະ​ປະ​ເທດ. ກ່ຽວ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ສອງ​ຝ່າຍ​ເຫັນ​ດີ​ພັດທະນາ ​ແລະ ລະດົມ​​ແຫຼ່ງຊັບພະຍາກອນ​ມະນຸດ​ທັງ​ໝົດ​ຂອງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ຊຸດ​ບຳລຸງ​ສ້າງ​ລະດັບ​ມະຫາວິທະຍາ​ໄລ ​ແລະ ​ເໜືອ​ມະຫາວິທະຍາ​ໄລ, ​ເພີ່ມ​ຈຳນວນ​ຜູ້​ຊ່ຽວຊານ​ດ້ານ​ການ​ສຶກສາ​ຫວຽດນາມ ​ຢູ່​ບັນດາ​ຮາກ​ຖານ​ສຶກສາ​ມະຫາວິທະຍາ​ໄລ​ຕາມ​ຄວາມ​ຕ້ອງການ​ຂອງ​ອັງ​ໂກລາ. ກ່ຽວ​ກັບ​ດ້ານ​ສາທາລະນະ​ສຸກ, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ຈຳນວນ​ຜູ້​ຊ່ຽວຊານ​ດ້ານ​ການ​ແພດ​ຫວຽດນາມ​ ມາ​ເຮັດ​ວຽກ​ຢູ່​ອັງ​ໂກລາ. ທັງ​ສອງ​ຝ່າຍ​ກໍ່​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະ​ສີ​ກຳ, ສິນ​ໃນ​ນ້ຳ, ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ. ພິ​ເສດ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ​ເພື່ອ​ກໍ່ສ້າງ​ກົນ​ໄກ​ຮັບ​ສະໝັກ, ຄຸ້ມ​ຄອງ​ຄົນ​ງານ​ຫວຽດນາມ​ຢູ່​ອັງ​ໂກລາ.

ຂ່າວ/ບົດ​ອື່ນ