ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 ສືບຕໍ່ມື້ເຮັດວຽກທີ 3
(VOVWORLD) -ວັນທີ 4 ຕຸລາ, ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືກ່ຽວກັບບົດລາຍງານສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 10 ກ່ຽວກັບຍຸດທະສາດທະເລຫວຽດນາມຮອດປີ 2020.
ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12
ພາບ:vietnam+
|
ກ່ອນຫນ້ານັ້ນ ຄະນະບໍລິຫານງານສູນກາງພັກ ໄດ້ພິຈາລະນາ, ຕົກລົງປະຕິບັດວິໄນ ທ່ານ ຫງວຽນບັກຊອນ ອະດີດກຳມະການສູນກາງພັກ, ອະດີດ ເລຂາຄະນະກຳມະການພັກ, ອະດີດລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານດ້ວຍຮູບການ: ປົດຕຳແຫນ່ງກຳມະການສູນກາງພັກຊຸດທີ 11 ແລະ ເລຂາຄະນະກຳມະການພັກກະຊວງຖະແຫລງຂ່າວ ແລະ ສື່ສານ ອາຍຸການ 2011 – 2016.
ຄະນະບໍລິຫານງານສູນກາງພັກ ກໍ່ໄດ້ພິຈາລະນາ, ຕົກລົງປະຕິບັດວິໄນທ່ານ ເຈີນວັນມີງ, ອະດີດກຳມະການສູນກາງພັກ, ອະດີດຮອງຫົວຫນ້າຄະນະຈັດຕັ້ງສູນກາງ, ອະດີດ ຮອງເລຂາຄະນະພັກ, ອະດີດເລຂາຄະນະກຳມະການພັກ, ອະດີດ ປະທານຄະນະກຳມະການປະຊາຊົນນະຄອນ ດາຫນັງ ດ້ວຍຮູບການ: ໄລ່ອອກຈາກພັກ.