ກອງປະຊຸມຄະນະລັດຖະບານກ່ຽວກັບການປ້ອງກັນ ແລະ ສະກັດໂລກລະບາດໂຄວິດ - 19

(VOVWORLD) -    ຕອນບ່າຍວັນທີ 20 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານ ກອງປະຊຸມຄະນະລັດຖະບານກ່ຽວກັບການປ້ອງກັນ ແລະ ສະກັດໂລກລະບາດໂຄວິດ - 19 
ກອງປະຊຸມຄະນະລັດຖະບານກ່ຽວກັບການປ້ອງກັນ ແລະ ສະກັດໂລກລະບາດໂຄວິດ - 19  - ảnh 1ກອງປະຊຸມຄະນະລັດຖະບານກ່ຽວກັບການ ສະກັດກັ້ນ ໂຄວິດ - 19  

ພາຍຫຼັງ 4 ວັນ, ທົ່ວປະເທດບໍ່ມີຜູ້ໃດຕິດເຊື້ອ ໂຄວິດ - 19 ຕື່ມອີກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາວ່າ ຫຼາຍທ້ອງຖິ່ນໄດ້ປະຕິບັດບັນດາມາດຕະການ ປ້ອງກັນ ແລະ ສະກັດໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ, ດັ່ງນັ້ນ ສະພາບການໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :

    “ ຂ້າພະເຈົ້າຖືວ່າ ຄວນມີມາດຕະການຄວບຄຸມຢ່າງຖືກຕ້ອງ, ບໍ່ຄວນປະໝາດ, ລະເຫຼີງ ທີ່ພາໄປເຖິງໂລກລະບາດກັບຕ່າວຄືນມາ. ພວກເຮົາປະຕິບັດແຜນນະໂຍບາຍ ຮອດວັນທີ 22 ເມສາ ຈະຍົກອອກວິທີການແກ້ໄຂໃໝ່. ປະຈຸບັນ ຫວຽດນາມ ຍັງເຫຼືອພຽງ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ພວມຢູ່ໃນກຸ່ມເປົ້າໝາຍມີຄວາມສ່ຽງສູງ ແລະ ວັນທີ 22 ເມສາ ຈະມີການພິຈາລະນາໃໝ່  ”

ຕອບກັບ

ຂ່າວ/ບົດ​ອື່ນ