ກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນການພົບປະເຈລະຈາລະຫວ່າງນາຍົກລັດຖະມົນຕີຫວຽດນາມແລະກຳປູເຈຍ

(VOVWORLD) -ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ, ແຈ້ງໝາກຜົນການພົບປະເຈລະຈາ.

ກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນການພົບປະເຈລະຈາລະຫວ່າງນາຍົກລັດຖະມົນຕີຫວຽດນາມແລະກຳປູເຈຍ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ.

        “ຂ້າພະເຈົ້າຂໍແຈ້ງວ່າ, ປີ 2016, ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ Hun Sen ໄດ້ເປັນສັກຂີພິຍານພິທີລົງນາມສູ້ຊົນຮອດປີ 2020 ຈະບັນລຸໄດ້ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດແມ່ນ 5 ຕື້ USD. ໃນປີ 2019 ນີ້, 2 ປະເທດໄດ້ລື່ນກາຍຕົວເລກຄາດຄະເນ 5 ຕື້ USD ແລ້ວ ແລະ ນີ້ແມ່ນຂ່າວທີ່ໜ້າຊື່ນຊົມ, ພິເສດແມ່ນຂະແໜງທ່ອງທ່ຽວໄດ້ຮັບການພັດທະນາຢ່າງແຮງ, ມີຊາວຫວຽດນາມ ກວ່າ 1 ລ້ານຄົນໄດ້ໄປທ່ອງທ່ຽວຢູ່ກຳປູເຈຍ ແລະ ມີຫຼາຍໂຄງການລົງທຶນຂອງຫວຽດນາມ ພວມໄດ້ຮັບການຜັນຂະຫຍາຍຢູ່ກຳປູເຈຍ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນອນໃນກຸ່ມແຖວໜ້າທີ່ມີການລົງທຶນເຂົ້າກຳປູເຈຍ. ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ Hun Sen ກໍ່ເຫັນດີເປີດກວ້າງ ແລະ ເຮັດໃຫ້ບັນດາການຮ່ວມມືໃນບັນດາຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ທ່ອງທ່ຽວ... ໃຫ້ເລິກເຊິ່ງກວ່າອີກ; ຜັນຂະຫຍາຍບັນດາໂຄງການ, ລາຍການຮ່ວມມືໃໝ່ທີ່ຫາກໍ່ໄດ້ລົງນາມນຳກັນ”.

        ສ່ວນທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງຫວຽດນາມ ບັນລຸໄດ້ ພາຍໃຕ້ການຊີ້ນຳນຳພາຢ່າງຖືກຕ້ອງຂອງພັກກອມມູນິດຫວຽດນາມ. ທ່ານນາຍົກລັດຖະມົນຕີກຳປູເຈຍ ກໍ່ໃຫ້ຮູ້ວ່າ, ການຢ້ຽມຢາມນີ້ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ ຍ້ອນທັງ 2 ຝ່າຍໄດ້ສຳເລັດ ແລະ ບັນລຸໄດ້ໝາກຜົນອັນໃຫຍ່ຫຼວງໃນການພົວພັນລະຫວ່າງ 2 ປະເທດສຳລັບຂົງເຂດຊາຍແດນ ເຊິ່ງ 2 ຝ່າຍຈະລົງນາມໃນເອກະສານສຳຄັນກ່ຽວກັບຊາຍແດນໃນວັນທີ 05 ຕຸລາ. ທ່ານນາຍົກລັດຖະມົນຕີ Hun Sen ໃຫ້ຮູ້ວ່າ, ນອກຈາກບັນຫາການຮ່ວມມື 2 ຝ່າຍແລ້ວ, 2 ຝ່າຍຍັງໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ