ກອງປະຊຸມທາບທາບ ຄວາມເຫັນກ່ຽວກັບ ການຄຸ້ມຄອງ ແລະ ຂຸດຄົ້ນແຮ່ທາດ

( vovworld ) - ວັນ​ທີ 2/3, ກຳມາ​ທິການ ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ​​ສະພາ​​ແຫ່ງຊາດຫວຽດນາມ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ທາ​ບທາ​ບຄຳ​ເຫັນ​ບັນດາ​ນັກ​ຄຸ້ມ​ຄອງ, ນັກວິທະຍາສາດ, ບັນດາຜູ້​ຊ່ຽວຊານ ກ່ຽວ​ກັບ​ການ​ປະຕິບັດ​​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ​ແລະ ຂຸດ​ຄົ້ນ​​ແຮ່​ທາດ, ວຽກ​ງານ​​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ການ​​ເຄື່ອນ​ໄຫວຂຸດ​ຄົ້ນ​ແຮ່​ທາດ​ຢູ່​ຫວຽ​ດນາມ. ກ່າວ​ຄຳ​ເຫັນ​ໜ້າ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຂຸ​ດຄົ້ນ​ແຮ່​ທາດ, ຕິ​ດພັນກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ແມ່ນ​ບັນຫາ​ສຳຄັນ, ​ໄດ້​ຖືກ​ນຳ​ເຂົ້າ​ໂຄງການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2012. ຫວຽດນາມ ມີ​ແຫຼ່ງຊັບພະຍາກອນ, ​ແຮ່​ທາດ​ທີ່​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ຄຸນຄ່າ. ​ເພື່ອ​ໃຫ້​ແຮ່​ທາດ​ກາຍ​ເປັນ​ແຫຼ່ງຊັບພະຍາກອນ​ຢ່າງ​​ແທ້​ຈິງ​ຂອງ​ປະ​ເທດ, ພັກ, ລັດ ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍ, ກົດໝາຍ​ຫຼາຍ​ສະບັບເພື່ອ​ສົ່ງ​ເສີມ, ພັດທະນາ​ການ​ເຄື່ອນ​ໄຫວຂຸດ​ຄົ້ນ​ແຮ່​ທາດ, ຊຸກຍູ້​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ ຂຸດ​ຄົ້ນ​ແຮ່​ທາດ​ແບບ​ຍືນ​ຍົງ.
ຂ່າວ/ບົດ​ອື່ນ