ກອງປະຊຸມນັດສາມັນ ເດືອນ 12 ຂອງລັດຖະບານ

ຕອນ​ເຊົ້າ​ວັນ​ທີ 4/1/2012, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ​ຢູ໋ງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມນັດ​ສາມັນ​ເດືອນ​ 12 ຂອງ​ລັດຖະບານ. ທີ່​ກອງ​ປະຊຸມ, ລັດຖະບານ​ໄດ້​ສຸມ​ໃສ່​ສຳ​ຫລວດ​ກວດຄືນ​ການ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ, ວຽກ​ງານ​ປະຕິ​ຮູບ​ດ້ານບໍລິຫານ, ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ​ຫວຽດນາມ, ວຽກ​ງານ​ຮຽບຮຽງ​ບັນດາ​ຮ່າງ​ກົດໝາຍ ​ແລະ ລັດຖະບັນຍັດ​ໃນ​ປີ 2011.​ ຕາມ​ລາຍການ​ຂອງ​ກອງ​ປະຊຸມ, ລັດຖະບານ​ກໍ​ປະກອບ​ຄຳ​ເຫັນ​ໃສ່​ແຜນ​ຮ່າງ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ພາກ​ລັດ​ວິ​ສາ​ຫະກິດ, ບັນຫາ​ຕໍ່​ກຳນົດ​ເວລາ​​ເສຍ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ປີ 2012 ສຳລັບ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ, ວິ​ສາ​ຫະກິດ​ນຳ​ໃຊ້​ຄົນ​ງານ​ຫລາຍ, ພ້ອມ​ທັງ​ໃຫ້​ຄຳ​ເຫັນ​​ໃນ​ການ​ສ້າງດຳລັດ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຄ້າຂາຍຄຳ.
ຂ່າວ/ບົດ​ອື່ນ