ກອງປະຊຸມປະຈຳປີຂອງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ກອງປະຊຸມປະຈຳປີຂອງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ

(vovworld) – ​ ​​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ລັດ​ຖະ​ບານ ​ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໃນ​ຕອນ​ບ່າຍ​ວັນ​ທີ 11/2, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ລະ​ຫວ່າງ 2 ອົງ​ການ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ເລື່ອງ​ແມ່ນ​ປະ​ຕິ​ບັດ​ສຳ​ເລັດ 15/16 ໜ້າ​ທີ່​ໄດ້​ວາງ​ອອກ. ທ່ານ ຫງວຽນ​ທ້ຽນ​ເຍີນ ໃຫ້​ຮູ້​ວ່າ: ປີ 2015, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຈະ​ສືບ​ຕໍ່​ສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ເພື່ອ​ເສີມ​ຂະ​ຫຍາຍ​ວຽກ​ງານ​ຕິດ​ຕາມກວດ​ກາ, ໄຈ້​ແຍກ​ຕີ​ລາ​ຄາ​ເປັນ​ຢ່າງ​ດີ.

    ໂດຍ​ເຫັນ​ດີ​ເຫັ​ນ​ພ້ອມ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວ່າ: ປີ 2015 ແມ່ນ​ປີ​ມີຫຼາຍ​ເຫດ​ການ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ດັ່ງ​ນັ້ນ​ລັດ​ຖະ​ບານ ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ ຄວນ​ສືບ​ຕໍ່​ສົມ​ທົບ​​ກັນປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ສູ້​ຊົນ​ເພື່ອ​ບັນ​ລຸ ແລະ ເລື່ອນ​ກາຍ​ຄາດ​ໝາຍ, ​ຈຸດ​ໝາຍ​ທີ່​ໄດ້​ວາງ​ອອກ, ພ້ອມ​ກັນ​ນັ້ນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ​​ໃຫ້ສຳ​ເລັດ​ຜົນ, ສືບ​ຕໍ່​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ, ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຢ່າງ​ໝັ້​ນ​ຄົງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ:

    “ພວກ​ເຮົາ​ສົມ​ທົບ​ກັນ​ເສີ​ມ​ຂະ​ຫຍາຍ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ​. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ມີ 2 ວຽກ​ງານ​ໃຫຍ່. ທີ​ໜຶ່ງ​ແມ່ນ​ປະ​ກອບ​ສ່ວນ​ໄຈ້​ແຍກ​ນະ​ໂຍ​ບາຍ​ກົດ​ໝາຍ, ບັນ​ດາ​ສິ່ງ​ທີ່ບໍ່​ເໝາະ​ສົມ ຫຼື ບັນ​ດາ​ຂໍ້​ລິ​ເລີ່​ມ. ນະ​ໂຍ​ບາຍ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ປະ​ຊາ​ຊົນ ຕ້ອງ​ໄດ້​ຮັບ​ການ​ປະ​ກອບ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ. ທີ​ສອງ​ແມ່ນ​ສິດ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ພັກ, ສ້າງ​ລະ​​ບົບ​ອຳ​ນາດ​ການ​ປົກ​ຄອງ, ອົງ​ການ​ການ​ນຳ​ຄຸ້ມ​ຄອງ. ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ຂັ້ນ​ຮາກ​ຖານ, ບັນ​ດາ​ເນື້ອ​ໃນ​ນັ້ນ​ພວ​ກ​ເຮົາ​ໄດ້​ປະ​ຕິ​ບັດ​ແລ້ວ, ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ຕ້ອງ​ປະ​ຕິ​ບັດ​ວຽກ​ງານນີ້​ເປັນ​ຢ່າງ​ດີ.”   


ຂ່າວ/ບົດ​ອື່ນ