ກອງປະຊຸມຜັນ​ຂະຫຍາຍມະຕິ​ ກ່ຽວ​ກັບ​ໜ້າ​ທີ່​ພັດທະນາ ​ເສດຖະກິດ -ສັງຄົມ 2012

ຕອນ​ເຊົ້າວັນ​ທີ 22/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີ​ກອງ​ປະຊຸມ​ຂອງ​ລັດຖະບານ​ຫວຽດນາມ​ກັບ​​ການ​ນຳ​ບັນດາ​ແຂວງ ນະຄອນ​ໃນ​ທົ່ວ​ປະ​ເທດ ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ​ງົບປະມານ​ແຫ່ງ​ລັດ​ປີ 2012. ຕາມ​ການ​ຕີ​ລາຄາ​ຂອງ​ລັດຖະບານ​ແລ້ວ, ປີ 2011, ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ GDP ປີ 2011 ຄາດ​ວ່າ​ບັນລຸ​ເກືອບ 6%. ບັນດາ​ພື້ນຖານ​ເ​ສດຖະກິດ​ຕົ້ນຕໍ​ສືບ​ຕໍ່​ທ່າ​ຟື້ນ​ຟູ​ການຈະ​ເລີ​ນ​ເຕີບ​ໂຕ; ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ປະມານ 25%; ອັດຕາ​ສ່ວນການ​ນຳ​ເຂົ້າ​ເກີນ​ດຸນ/ການ​ສົ່ງ​ອອກ​ໄດ້​ຫລຸດ​ລົງ​ກ່ວາ 10%....  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢູງຊີ້​ແຈ້ງວ່າ: “ຕ້ອງ​ຊີ້​ແຈ້ງ​ບັນດາ​ຂໍ້ຈຳກັດ, ​ໃນ​ການ​ບໍລິຫານ, ຄຸ້ມ​ຄອງ​ຢ່າງ​ເຂັ້ມງວດ, ບໍ່​ພຽງ​ແຕ່​ຍົກ​ອອກ​ສະພາບ​ຕົວ​ຈິງ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຊີ້​ແຈ້ງ​ຂໍ້​ຈຳກັດຂອງ​ລະບົບ​ຄຸ້ມ​ຄອງ​ຂອງ​ພວກ​ເຮົາອີກ​ດ້ວຍ ​ເພື່ອ​ປະຕິບັດ​ໃຫ້​ເປັນ​ຢ່າງ​ດີ​ໃນ​ປີ 2012”.   

ຂ່າວ/ບົດ​ອື່ນ