ກອງປະຊຸມຜັນຂະຫຍາຍວຽກງານຕຸລາການປີ 2018
(VOVWORLD) -ວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຍຸດຕິທຳຫວຽດນາມໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານຕຸລາການປີ 2018
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຕຸລາການປີ 2018 |
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງໄດ້ເຂົ້າຮ່ວມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສະເໜີຂະແໜງຍຸດຕິທຳຈົ່ງເປັນເຈົ້າການເປັນເສນາທິການໃຫ້ພັກ ແລະ ລັດສືບຕໍ່ຫັນບັນດາແຜນນະໂຍບາຍ,ມະຕິຂອງພັກໃຫ້ກາຍເປັນບັນດາເອກະສານນິຕິກຳຂອງລັດ, ເປັນຕົ້ນແມ່ນການສ້າງລັດແຫ່ງກົດໝາຍ, ການປະຕິຮູບດ້ານການບໍລິຫານ, ການປະຕິຮູບດ້ານຕຸລາການ, ຮັບປະກັນສິດທິມະນຸດ, ສິດພົນລະເມືອງ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຊີ້ແຈ້ງວ່າ :
“ ຕ້ອງເອົາໃຈໃສ່ຜັນຂະຫຍາຍປະຕິບັດໜ້າທີ່ການເມືອງໃນທົ່ວລະບົບການເມືອງໃນລະບົບການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງເປັນຢ່າງດີ. ເພີ່ມທະວີວຽກງານຕິດຕາມ ການປະຕິບັດຄຳຕັດສິນຂອງສານສຳລັບຄະດີບໍລິຫານ, ສ້າງ ແລະ ປະຕິບັດບັນດາມາດຕະການແກ້ໄຂຫຼຸດຜ່ອນຈຳນວນຄະດີຄ້າງສານ, ຍົກສູງປະສິດທິພາບໃນການຮິບຊັບສິນໃນບັນດາຄະດີເສດຖະກິດ, ສໍ້ລາດບັງຫຼວງ. ຜ່ານນັ້ນ, ກໍເປັນການປັບປຸງຄວາມເຊື້ອໝັ້ນຄວາມເຊື່ອໝັ້ນຂອງປະຊາຊົນທີີ່ມີຕໍ່ກົດໝາຍ ແລະ ບັນດາອົງການຕຸລາການ ”