ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວດຶກຟາດ
(ພາບ: cand.com.vn)
|
(vovworld) – ປະຈຸບັນ, ຫວຽດນາມ ມີເນື້ອທີ່ດິນປູກກາເຟປະມານ 640.000 ha, ສຸມໃສ່ຕົ້ນຕໍໃນເຂດ ໄຕງວຽນ. ກາເຟ ຫວຽດນາມ ໄດ້ສົ່ງອອກເຖິງກ່ວາ 60 ປະເທດ ແລະ ເຂດແຄ້ວນໃນໂລກ. ປີ 2014, ຫວຽດນາມ ບັນລຸວົງເງິນສົ່ງອອກ 3,4 ຕື້ USD, ແມ່ນປະເທດສົ່ງອອກ ກາເຟ ຢື່ນອັນດັບ 2 ໃນໂລກ ແລະ ແມ່ນປະເທດນຳໜ້າກ່ຽວກັບການຜະລິດກາເຟ robusta, ກວມເກືອບ 1/5 ຍອດປະລິມານ ກາເຟທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ຂະແໜງກາເຟ ຫວຽດນາມ ມີຂອບຂະໜາດພັດທະນາບໍ່ທັນເປັນປົກກະຕິ, ຂາດເຕັກໂນໂລຢີປຸງແຕ່ງ. ທີ່ກອງປະຊຸມພັດທະນາຂະແໜງກາເຟ ຫວຽດນາມ ແບບຍືນຍົງ ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 11/3, ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວດຶກຟາດ ຖືວ່າ:
“ພວກຂ້າພະເຈົ້າຖືວ່ານີ້ແມ່ນກອງປະຊຸມຂອງບັນດາທ້ອງຖິ່ນ, ບັນດານັກຄຸ້ມຄອງ, ນັກທຸລະກິດ, ບັນດານັກວິທະຍາສາດ, ຂອງຜູ້ທີ່ເອົາໃຈໃສ່ເຖິງຂະແໜງກາເຟ ຫວຽດນາມ ທຸກຄົນ. ຜ່ານນັ້ນ, ພວກເຮົາພ້ອມກັນກຳນົດໄດ້ຈຸດດີ, ພິເສດແມ່ນບັນດາຈຸດອ່ອນ ແລະ ປຶກສາຫາລືບັນດາແຜນນະໂຍບາຍ, ທິດທາງ, ບັນດາມາດຕະການພັດທະນາຕົ້ນກາເຟ ແບບຍືນຍົງ, ນຳມາເຊິ່ງບັນດາປະສິດທິຜົນອັນໃຫຍ່ຫຼວງກ່ວາໃຫ້ແກ່ຜູ້ປູກກາເຟ ແລະ ປະເທດຫວຽດນາມ.”