ກອງປະຊຸມພະລັງງານສາກົນໃຫ້ຄຳໝັ້ນສັນຍາຮັບປະກັນການພັດທະນາພະລັງງານແບບຍືນຍົງ
(VOVWORLD) -ພາຍຫລັງດຳເນີນກອງປະຊຸມເປັນເວລາ 2 ວັນ, ວັນທີ 29 ພະຈິກ, ກອງປະຊຸມກົດບັດພະລັງງານສາກົນຄັ້ງທີ 28 ຖືກອັດລົງຢູ່ນະຄອນຫລວງ Ashgabat ປະເທດ ຕວກເມນິດສະຕັງ
ດ້ວຍຖະແຫຼງການຮ່ວມກົດບັດພະລັງງານ Ashgabat, ໃນນັ້ນ, ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ຂໍ້ລິເລີ່ມກ່ຽວກັບການພັດທະນາບັນດາແຫຼ່ງຊັບພະຍາກອນພະລັງງານ.
ຖະແຫຼງການກໍ່ຮຽກຮ້ອງບັນດາປະເທດສະມາຊິກອຳນວຍຄວາມສະດວກກ່ວາອີກ ໃຫ້ການລົງທຶນ, ສະກັດກັ້ນ ແລະ ຄຸ້ມຄອງບັນດາການຂັດແຍ້ງກັນທີ່ກ່ຽວຂ້ອງເຖິງການລົງທຶນ, ສືບຕໍ່ເປີດກ້ວາງການຮັບເອົາບັນດາປະເທດສະມາຊິກເຂົ້າຮ່ວມສັນຍາກົດບັດພະລັງງານຕື່ມອີກ, ປັບປຸງຄວາມໝັ້ນຄົງດ້ານພະລັງງານ ໂດຍຜ່ານການເພີ່ມທະວີການຮ່ວມມືສາກົນ ເພື່ອແນໃສ່ຮັບປະກັນການເຄື່ອນໄຫວຂົນສົ່ງພະລັງງານ ແລະ ສ້າງເງື່ອນໄຂໃຫ້ການຄ້າ.