ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອົງການNATOປຶກສາຫາລືຫລາຍບັນຫາສຳຄັນ

(VOVWORLD) -ໃນຂອບເຂດກະກຽມໃຫ້ກອງປະຊຸມສຸດຍອດອົງການ NATO ຊື່ງຄາດວ່າຈະດຳເນີນໃນເດືອນກໍລະກົດ ຈະມາເຖິ ງ, ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກ NATO ໂຮມປະຊຸມໃນວັນທີ 14 – 15 ກຸມພາ ເພື່ອປຶກສາຫາລືຫລາຍບັນຫາຄື:  

ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອົງການNATOປຶກສາຫາລືຫລາຍບັນຫາສຳຄັນ - ảnh 1ທ່ານ Jens Stoltenberg ເລຂາທິການໃຫຍ່ NATO

ພາບ:NATO

ໂຄງຮ່າງບັນຊາຂອງ NATO, ແລະ ແບ່ງປັນຄວາມສະເຫມີພາບບ້ວງລາຍຈ່າຍ, ການຮ່ວມມືກັບ ອີຢູ ແລະ ບົດບາດຂອງພັນທະມິດນີ້ ໃນການຫນູນຊ່ວຍເປັນປົກກະຕິ ແລະ ເຂົ້າຮ່ວມການຕໍ່ສູ້ຕ້ານກໍ່ການຮ້າຍ. ກ່ຽວກັບເລື່ອງຫັນໂຄງຮ່າງບັນຊາຂອງ NATO ເປັນທັນສະໄຫມ, ຄາດວ່າ ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈະປຶກສາຫາລືເພື່ອຮັບຮອງເອົາເລື່ອງສ້າງຫົວຫນ່ວຍບັນຊາຂອງກຳລັງທະຫານປະສົມບົນທະເລ ມະຫາສະມຸດອັດລັງຕິກ ພ້ອມກັບຫົວຫນ່ວຍບັນຊາເພື່ອຫນູນຊ່ວຍໃຫ້ແກ່ເລື່ອງຍົກຍ້າຍກຳລັງ ແລະ ຂົນສົ່ງອາວຸດຢູ່ ເອີລົບ ຢ່າງງ່າຍດ່າຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ