ກອງປະຊຸມລັດຖະມົນຕີການເງິນ ອາຊີ - ເອີລົບ ຄັ້ງທີ 10 ສິ້ນສຸດລົງ

ກອງປະຊຸມລັດຖະມົນຕີການເງິນ ອາຊີ - ເອີລົບ ຄັ້ງທີ 10 ສິ້ນສຸດລົງ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ອາຊີ​ - ເອີລົບ ຄັ້ງ​ທີ 10
(ພາບ: REUTERS)


(vovworld) -     ກອງ​ປະຊຸມຂັ້ນ​ລັດຖະມົນຕີ​ການ​ເງິນ​ອາຊີ - ​ເອີ​ລົບ ຄັ້ງ​ທີ 10 ​ໄດ​ອັດ​ລົງ​ ​ໃນ​ວັນ​ທີ 15/10 ​ຢູ່​ນະຄອນຫຼວງບາງກອກ, ​ແຫ່ງ​ປະ​ເທດ​ໄທ ​ແລະ ອອກ​ຖະ​ແຫຼ​ງການຮ່ວມ, ​ເນັ້ນ​ໜັກ​ເລື່ອງ​ຍົກອອກ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ມຸ່ງ​ໄປ​ເຖິງ​ການພົວພັນຄູ່ຮ່ວມ​ມືອາຊີ - ​ເອີ​ລົບ ຢ່າງ​ແຂງ​ແຮງ ​ແລະ ຂະ​ຫຍັນ​ຂັນ​ເຄື່ອນ​ກວ່າ ​ໃນ​ການ​ແກ້​ໄຂວິ​ກິດ​ການ​ທົ່ວ​ໂລກ​​ໃນປະຈຸ​ບັນ, ກໍ​ຄື​ສ້າງ​ປະ​ຖົມ​ປັດ​​ໃຈ​ໃຫ້​ແກ່​ການ​​ເຕີບ​ໂຕ​ທົ່ວ​ໂລກ​ຢ່າງ​ແຂງ​ແຮງ​, ໝັ້ນຄົງ ​ແລະ ສົມ​ດູ​ນກວ່າ. ກອງ​ປະຊຸມ​ໄດ້​ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ພື້ນ ​ແລະ ຕົກລົງ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ເຂດ​ນີ້ ຜ່ານ​ເລື່ອງ​ປົວ​ແປງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເງິນ. ພ້ອມ​ກັນ​ນັ້ນ, ກອງ​ປະຊຸມ​ກໍ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ​ແລະ ພາກ​ເອກະ​ຊົນ​ອາຊີ - ​ເອີ​ລົບ, ລວມທັງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ເປີດ​ກວ້າງ​ການ​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງ​ສອງ​ພາກ​ພື້ນ; ສືບ​ຕໍ່​ຮ່ວມ​ມື​ດ້ານ​ພາສີ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ບຸລິມະ​ສິດ​ຄື; ສ້າງຄວາມ​ສະດວກ​ສະບາຍ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ການ​ຄ້າ, ຕ້ານ​ການ​ລະ​ເມີດ​ລິ​ຂະ​ສິດພູມ​ປັນຍາ, ປົກ​ປັກ​ຮັກສາ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ