(vovworld) - ຕອນບ່າຍວັນທີ 05/01, ຢູ່ແຂວງ ກວາງງ້າຍ, ສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດການພົບປະສັງສັນ ແລະ ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ກວາງງ້າຍ. ທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຟານວັນໝາຍ, ການນຳແຂວງ ກວາງງ້າຍ ແລະ ນັກທຸງະກິດໜຸ່ມໃນທົ່ວປະເທດ ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດຈຳນວນກວ່າ 100 ຄົນໄດ້ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ການນຳແຂວງ ກວາງງ້າຍ ໄດ້ແນະນຳກ່ຽວກັບຄວາມສາມາດບົມຊ້ອນພັດທະນາອຸດສາຫະກຳຂອງແຂວງ; ພິເສດແມ່ນເຂດເສດຖະກິດ ຢຸງກວ໋ດ, ສະຖານທີ່ມີໂຮງງານກັນນ້ຳມັນທຳອິດຂອງຫວຽດນາມ ແລະ ບາງໂຄງການທີ່ມີຂອບຂະໜາດໃຫຍ່ທີ່ພວມເຄື່ອນໄຫວ. ມາຮອດປະຈຸບັນ, ແຂວງ ກວາງງ້າຍ ໄດ້ດຶງດູດກວ່າ 200 ໂຄງການລົງທຶນ, ໃນນັ້ນມີ 22 ໂຄງການທີ່ມີເງິນລົງທຶນຈາກຕ່າງປະເທດ. ທ່ານ ເຈີ່ນບ໋ານາມ, ຫົວໜ້າສູນສົ່ງເສີມການລົງທຶນແຂວງກວາງຫ້ງາຍ ໃຫ້ຮູ້ວ່າ.
“ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ໂຄສະນາກ່ຽວກັບພາບພົດ, ຄວາມສາມາດບົມຊ້ອນ, ທ່າແຮງຂອງແຂວງກວາງງ້າຍ. ຈາກນັ້ນຮຽກຮ້ອງໃຫ້ນັກທຸລະກິດໜຸ່ມຫວຽດນາມ ກັບເມືອລົງທຶນຢູ່ແຂວງກວາງງ້າຍ. ແລະ ຜ່ານກອງປະຊຸມຄັ້ງນີ້, ແຂວງກໍ່ປາດຖະໜາວ່າຈະມີບາງວິສາຫະກິດຂອງທົ່ວປະເທດເຫັນໄດ້ທ່າແຮງ, ຄວາມສາມາດບົມຊ້ອນນັ້ນ ເພື່ອລົງທຶນໃນໄລຍະຈະມາເຖິງ.”