ຜູ້ຕາງໜ້າສະຖານທູດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) – ໃນຂອບເຂດງານຕະຫຼາດນັດສາກົນການຄ້າສິນຄ້າຫູໜານ- ອາຊຽນ ໃນປີ 2016, ວັນທີ 19/10, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ສົມທົບກັບພະແນກການຄ້າແຂວງ ຫູໜານ ຈັດຕັ້ງການເຄື່ອນໄຫວສົ່ງເສີມການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນ, ການທ່ອງທ່ຽວ ຫວຽດນາມ - ຈີນ. ໃນປີ 2015, ຍອດວົງເງິນການຄ້າ ຫວຽດນາມ - ຈີນ ບັນລຸກ່ວາ 66 ຕື້ USD. ຈີນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນ 12 ປີຢ່າງລຽນຕິດ ແລະ ຫວຽດນາມ ໄດ້ບື່ນຕົວຂຶ້ນກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດໃນກຸ່ມ ອາຊຽນ ຂອງ ຈີນ. ການຮ່ວມມືດ້ານການທ່ອງທ່ຽວ, ການສຶກສາບຳລຸງສ້າງ, ວັດທະນະທຳ, ສິລະປະ, ການພົວພັນແລກປ່ຽນປະຊາຊົນທັງຢູ່ໃນລະດັບຊາດ ແລະ ຂັ້ນທ້ອງຖິ່ນລ້ວນແຕ່ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ. ຈີນ ນຳໜ້າກ່ຽວກັບປະລິມານແຂກທ່ອງທ່ຽວ ມາຢ້ຽມຢາມ ຫວຽດນາມ ແລະ ກົງກັນຂ້າມ, ຈີນ ກາຍເປັນສະຖານທີ່ດູດດື່ມທີ່ສຸດສຳລັບແຂກທ່ອງທ່ຽວ ຫວຽດນາມ.
ຜູ້ຕາງໜ້າການນຳສະຖານທູດ ຫວຽດນາມ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດເວົ້າລວມ ແລະ ວິສາຫະກິດ ຈີນ ເວົ້າສະເພາະພັດທະນາດຳເນີນທຸລະກິດ, ລົງທຶນຢູ່ ຫວຽດນາມ.