ກອງປະຊຸມສົນທະນາທົ່ວໂລກກ່ຽວກັບເຂດທົ່ງພຽງປີ 2013

ກອງປະຊຸມສົນທະນາທົ່ວໂລກກ່ຽວກັບເຂດທົ່ງພຽງປີ 2013 - ảnh 1
ຕອນໜຶ່ງຂອງແມ່ນ້ຳຂອງ
(ພາບປະກອບ)

(vovworld) – ​ກອງ​ປະຊຸມ​ສົນທະນາທົ່ວ​ໂລກ​ກ່ຽວ​ກັບ​ເຂດ​ທົ່ງພຽງ​ຄັ້ງ​ທີ 2 ປີ 2013, ​ໂດຍ​ມະຫາ​ວິ​ຍາ​ໄລ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ກອງ​ທຶນ​ດິນ​ນ້ຳ​ຖ້ວມ ອາ​ເມ​ລິ​ກາ, ສະຖານທູດ ​ໂຮ​ນລັງ ​ແລະ ສະຖານທູດ ອາ​ເມ​ລິ​ກາ ຈັດ​ຕັ້ງ​ຂຶ້ນ​​ແຕ່​ວັນ​ທີ 19 - 21/5, ຢູ່​ນະຄອນ ​ໂຮ່ຈີ​ມິນ, ອັນໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 350 ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ໂຮ​ນລັງ, ອາ​ເມ​ລິ​ກາ ​ແລະ ບາງ​ປະ​ເທດ​ໃນ​ໂລກ. ດ້ວຍ​ຫົວ​ຂໍ້​ວ່າ “ມາດ​ຕະການ​ໃຫ້​ແກ່​ລະບົບ​ຊີວະ​ພາບ​ຕໍ່ໜ້າ​ບັນດາ​ຜົນຮ້າຍທີ່ບໍ່ອາດຄາດຄະເນໄດ້ ລວງໜ້າ”, ກອງ​ປະຊຸມ​ໄດ້​ແບ່ງ​ປັນ​ບົດ​ຮຽນ​​ໃນ​ການ​ຄຸ້ມ​ຄອງ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາກາດ. ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ບົດບາດ​ຂອງ​ພາກ​ພື້ນ​ທົ່ງພຽງ​ ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ສ້າງຄວາມກ້ຳເກິ່ງດ້ານຊີວະ​ພາບ, ບັນດາ​ມາດຕະການ​ຮັບ​ມື, ຫລຸດຜ່ອນ​ຜົນ​ສະທ້ອນຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ພັດທະນາ​ລະບົບ​ຊີວະ​ພາບ​ໃນ​ພາກ​ພື້ນ, ມາດ​ຕະການ​ແກ້ໄຂແບບດຳລົງ​ຊີວິດຢູ່ຮ່ວມກັບນ້ຳ​ຖ້ວມ​ຢູ່​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ບັນດາ​ເຂດ​ແຄມ​ຝັ່ງ​ທະ​ເລຂອງ ຫວຽດນາມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສັບພະ​ຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນທ໋າຍລາຍ ​ເນັ້ນ​ໜັກ​ວ່າ: ລັດຖະບານ​ຫວຽດນາມ ​ໄດ້​ຮັບຮອງ​ເອົາ ​ແລະ ຜັນ​ຂະຫຍາຍຍຸດ​ທະ​ສາດ​ ​ແລະ ​ໂຄງການ​ຢ່າງ​ລະອຽດຫຼາຍ​ຢ່າງ, ພ້ອມ​ທັງ​ຖື​​ເປັນສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ຂົງ​ເຂດ​ນີ້. ທ່ານ​ຮອງ​ລັດຖະມົນຕີ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ເວທີ​ປາ​ໄສສົນທະນາ​ທົ່ວ​​ໂລກ ກ່ຽວ​ກັບ​ເຂດ​ທົ່ງພຽງ​ປີ 2013 ຈະ​ແມ່ນ​ໂອກາດ​ທີ່​ດີ​ເພື​່ອ​ແບ່ງ​ປັນ​ຄວາມ​ຮູ້, ບົດຮຽນ​ໃນ​ການ​ຄຸ້ມ​ຄອງ, ພັດທະ​ນາ ​ແລະ ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຢູ່​ເຂດທົ່ງພຽງ​ອື່ນໆ, ພິ​ເສດ​ແມ່ນ​​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງ.

ຂ່າວ/ບົດ​ອື່ນ