ກອງປະຊຸມສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຍັງບໍ່ທັນບັນລຸໄດ້ ຄວາມເຫັນດີດ້ານການເງິນ

ກອງປະຊຸມສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຍັງບໍ່ທັນບັນລຸໄດ້ ຄວາມເຫັນດີດ້ານການເງິນ - ảnh 1
(ພາບປະກອບ)

(vovworld) - ​ກອງ​ປະຊຸ​ມສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ໂປ​ໂລ​ຍ ພວມ​ກ້າວ​ເຂົ້າ​ສູ່​ຊຸມ​ມື້​ສຸດ​ທ້າຍ, ​ແຕ່ບັນດາ​ປະ​ເທດ​ຍັງ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​​ເຫັນ​ພ້ອມ​ຕໍ່​ບັນຫາ​ທີ່​ມີ​ລັກສະນະ​ຕັດສິນ​ ນັ້ນ​ແມ່ນ​ການ​ເງິນ​ທີ່​ສະຫງວນ​ໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ. ທ່ານ Alden Meter, ຜູ້ອຳ​ນວນ​ການ​ອົງການ​ສິ່ງ​ແວດ​ລ້ອມ “ສຳພັນ​ທະ​ມິດ​ບັນດາ​ນັກວິທະຍາສາດ​ທີ່​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ”, ວັນ​ທີ 19/11 ​ໃຫ້​ຮູ້​ວ່າ ບັນຫາ​ການ​ເງິນ​ພວມ​ສ້າງ​ຄວາມ​ບໍ່ພໍ​ໃຈທີ່​ກອງ​ປະຊຸມ. ບັນດາ​ປະ​ເທດ​ພວມ​ພັດທະນາ​ປາດ​ຖະໜາ​ຢາກ​ໃຫ້​ປະ​ເທດ​ພັດທະນາ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ຍົກ​ອອກ​ມາ​ເມື່ອ​ປີ 2009 ກ່ຽວ​ກັບ​ການ​ເພີ່ມ​ເງິນ​ອຸປະຖຳ​ຂຶ້ນ​ເຖິງ 100 ຕື້ USD/ປີ ​ໃນ​ປີ 2020 ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ​ກະກຽມ ​ແລະ ຮັບ​ມື​ກັບ​ຜົນ​ສະທ້ອນ​ຈາກ​ວິວັດ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ​ໃນ​ວັນ​ທີ 20/11, ບັນດາ​ລັດຖະມົນຕີ​ຈະ​ເລີ່ມປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ການ​ເງິນ.

ຂ່າວ/ບົດ​ອື່ນ