ກອງປະຊຸມສະມັດຊາໃຫຍ່ ສປຊ
ພາບ: internet
|
(vovworld)-ວັນທີ 15/5, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິໂດຍ Qatar ແລະ ປະເທດອາຣັບ ຈຳນວນຫນຶ່ງ ສະເຫນີ, ໃນນັ້ນຮຽກຮ້ອງປຸກລະດົມວິວັດທະນາການມອບໂອນການເມືອງຢູ່ ຊີຣີ. ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳ ສປຊ Vitaly Churkin ຖືວ່າ: ການສະຫນັບສະຫນູນມະຕິດັ່ງກ່າວຈະສົ່ງຜົນສະທ້ອນຢ່າງແຮງເຖິງທຸກຄວາມມານະພະຍາຍາມເພື່ອເຮັດໃຫ້ບັນດາຝ່າຍປະທະກັນຢູ່ ຊີຣີຕ້ອງດຳເນີນການເຈລະຈາ. ປະເທດອາເມລິກາລາຕີນ ຈຳນວນຫນຶ່ງ ຮຽກຮ້ອງປ່ຽນແປງເນື້ອໃນຂອງມະຕິເພື່ອຫລຸດຜ່ອນການສະຫນັບສະຫນູນສຳລັບພັນທະມິດຊົນຊາດ (SNC), ກຸ່ມຝ່າຍຄ້ານຂອງຊີຣີ, ແຕ່ບໍ່ໄດ້ຮັບຮູ້. ໃນຂະນະນັ້ນ ອາເມລິກາ ສະຫນັບສະຫນູນຢ່າງແຂງແຮງ ແລະ ແມ່ນປະເທດຮ່ວມປົກປ້ອງມະຕິດັ່ງກ່າວ.