(ພາບປະກອບ: ອິນເຕີແນດ)
(vovworld) – ຕອນເຊົ້າວັນທີ 6/4, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳປ້ອງກັນ ແລະ ຕ້ານພາຍຸສູນກາງ ສົມທົບກັບຄະນະກຳມະການກູ້ໄພກູ້ຊີບ ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດ ເພື່ອສະຫຼຸບວຽກງານປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ ແລະ ກູ້ໄພກູ້ຊີບປີ 2012, ປຶກສາມາດຕະການຜັນຂະຫຍາຍໜ້າທີ່ປີ 2013 ແລະ ສະຫຼຸບ 5 ປີ ແຫ່ງການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ, ຫຼຸດຜ່ອນໄພທຳມະຊາດເຖິງປີ 2020. ໃນປີ 2012 ຜ່ານມາ, ມີພາຍຸ 4 ລູກ ໄດ້ສົ່ງຜົນສະທ້ອນໂດຍກົງເຖິງຫວຽດນາມ, ອັນໄດ້ສົ່ງຜົນຮ້າຍຢ່າງໜັກໜ່ວງເຖິງຊີວິດອີນຊີ ແລະ ຊັບສົມບັດ, ເຮັດໃຫ້ 258 ຄົນເສຍຊີວິດ ແລະ ຫາຍສາບສູນ, ຄວາມເສຍຫາຍທາງດ້ານວັດຖຸແມ່ນປະມານ 16.000 ຕື້ດົ່ງ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ, ຮ່ວາງວັນທັ໋ງ, ໃຫ້ຮູ້ວ່າ:
“ລັດຖະບານໄດ້ຈັດຕັ້ງການກວດກາ, ຕີລາຄາຄູນນະພາບຄັນຄູ, ອ່າງເກັບນ້ຳ ແລະ ກິດຈະກຳຊົນລະປະທານ, ສ້າງວິທີການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມໃຫ້ແກ່ໜອງນ້ຳຕ່າງໆ, ສົມທົບກັນໃນການລະບາຍນ້ຳແກ່ງ, ກວດກາ, ເພີ່ມພາຫະນະກູ້ໄພກູ້ຊີບຢູ່ທ້ອງຖີ່ນຕ່າງໆ ເພື່ອເປັນເຈົ້າການໃນການກູ້ໄພກູ້ຊີບຢ່າງທັນການ“.
ກອງປະຊຸມໄດ້ກຳນົດ 16 ໜ້າທີ່ໃນວຽກງານປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ ແລະ ກູ້ໄພກູ້ຊີບປີ 2013, ໃນນັ້ນຍົກສູງວຽກງານໂຄສະນາໃຫ້ວົງຄະນາຍາດເປັນເຈົ້າການປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ.