ກອງປະຊຸມສະຫລຸບບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກຳປູເຈຍ

(VOVWORLD) - ຕອນເຊົ້າວັນທີ 14 ມີນາ, ທີ່ປາກເຊ, ແຂວງ ຈຳປາສັກ ໄດ້ດຳເນີນກອງປະຊຸມສະຫລຸບບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກຳປູເຈຍ.
ກອງປະຊຸມສະຫລຸບບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກຳປູເຈຍ - ảnh 1ທີ່ກອງປະຊຸມສະຫລຸບ (ພາບ: ຫວຽດນາມ+)

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນຕີ ເຈີ່ນຈ້ອງເລື້ອງ, ຮອງຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ ເປັນຫົວໜ້າຄະນະ. ພ້ອມດ້ວຍບັນດາຜູ້ແທນທີ່ມາຈາກບັນດາແຂວງທີ່ມີເສັ້ນຊາຍແດນຕິດຈອດກັນລະຫວ່າງ ລາວ, ກຳປູເຈຍ ແລະ ຫວຽດນາມ ເປັນຈຳນວນຫລວງຫລາຍ.

        ທີ່ກອງປະຊຸມ, ບັນດາຝ່າຍຕີລາຄາໝາກຜົນແຫ່ງການປະຕິບັດບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກຳ ປູເຈຍ ປີ 2017 ປະກອບສ່ວນສະກັດກັ້ນ ແລະ ຫລຸດຜ່ອນການເພີ່ມທະວີຂຶ້ນຂອງກຸ່ມອາດຊະຍາກຳດັ່ງກ່າວ. ດ້ວຍໝາກຜົນຢ່າງຕັ້ງໜ້າຂອງປີ 2017, ກອງປະຊຸມໄດ້ເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງປະຕິບັດບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກ ຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ