ກອງປະຊຸມສຳມະນາ ສາກົນ ຊຸກຍູ້ຂະແໜງ ອຸດສາຫະກຳ CNG ແລະ NVG

ກອງປະຊຸມສຳມະນາ ສາກົນ ຊຸກຍູ້ຂະແໜງ ອຸດສາຫະກຳ CNG ແລະ NVG  - ảnh 1
ທີ່ກອງ​ປະຊຸມ​ CNG
( ພາບ: tapchicongnghiep.vn )


(vovworld) - ນັບ​ແຕ່​ວັນ​ທີ 1-3/8, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ​”ຫວຽດນາມນຳໃຊ້ພະລັງງານ​ຄືນ​ໃໝ່ ​ແລະ ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ່​ອາຍ​ດັນ​ທຳ​ມະ​ຊາດ (CNG)”. ​ໃນ​ສະພາບ​ການ​ພັດທະນາ​ອຸດສາຫະກຳ ​ແລະ ລະດັບ​ການ​ຫັນ​ເປັນ​ຕົວ​ເມືອງ​ທີ່​ວ່ອງ​ໄວ​ໃນ​ປະຈຸ​ບັນ​ ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ບັນດາ​ມາດ​ຕະການ​ປ່ຽນ​ແທນ​ເພື່ອ​ຫຼຸດຜ່ອນ​ການ​ປ່ອຍອາຍ​ແກັ​ດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ນັ້ນ, ອາຍ​ດັນ​ທຳ​ມະ​ຊາດ CNG ​ແລະ ອາຍ​ທຳ​ມະ​ຊາດ (NVG) ​ແມ່ນ​ແຫຼ່ງ​ເຊື້ອ​ເພີງ​ທີ່​ຈຳ​ເປັນ. ດັ່ງ​ນັ້ນ, ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ສຸ​ມ​ໃສ່​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ຕ່າງໆ, ​ເພື່ອ​ແນ​ໃສ່​ຊຸກຍູ້​ຂະ​ແໜງ​ອຸດສາຫະກຳ CNG ​ແລະ NVG ພາຍ​ໃນ​ປະ​ເທດ​​ໃຫ້ພັດທະນາ, ມຸ່ງ​ໄປ​ເຖິງ​ການ​ນຳ​ໃຊ້​ພະລັງງານ​ສະ​ອາດ. ພ້ອມ​ກັນ​ນັ້ນ, ຜ່ານ​ການ​ພົບ​ປະ ​ແລະ ​ແບ່ງປັນ​ບົດຮຽນ, ນະ​ໂຍບາຍ​ພັດທະນາ CNG ​ແລະ NVG ຂອງ​ບັນດາ​ຜູ້​ຊ່ຽວຊານ​ສາກົນ ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ຮັບ​ເອົາ​ຂໍ້​ມູນ, ​ເຕັກ​ໂນ​ໂລ​ຢີ​ໃໝ່, ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື, ດຳ​ເນີນ​ທຸລະ​ກິດ…ບັນດາ​ຜູ້​ຊ່ຽວຊານ​ຖື​ວ່າ ຫວຽດນາມ​ນັບ​ມື້​ນັບ​ເພີ່ມ​ອິດ​ທິພົນ​ຊື່​ສຽງ ​ແລະ ພາບ​ພົດ​ຂອງ​ຕົນ​ໃນ​ຂະ​ແໜງ​ອຸດສາຫະກຳ CNG ​ແລະ NVG, ຜ່ານ​ການ​ນຳ​ໃຊ້​ແຫຼ່ງ​ເຊື້ອ​ເພີງ​ທຳ​ມະ​ຊາດ​ໃນ​ຂົງ​ເຂດ​ຕ່າງໆ​ຄືອຸດສາຫະ ກຳ, ຂົນ​ສົ່ງ…
ຂ່າວ/ບົດ​ອື່ນ