ກອງປະຊຸມສຳມະນາ ຫວຽດນາມ - ອາເມລິກາ ກ່ຽວກັບການຮ່ວມມືຊຸກຍູ້ການຄົ້ນຄ້ວາປະດິດສ້າງ

ກອງປະຊຸມສຳມະນາ ຫວຽດນາມ - ອາເມລິກາ ກ່ຽວກັບການຮ່ວມມືຊຸກຍູ້ການຄົ້ນຄ້ວາປະດິດສ້າງ - ảnh 1
ພາບປະກອບ

(vovworld) – ວັນ​ທີ 23/9, ກອງ​ປະຊຸມ​ສຳ​ມະ​ນາ ຫວຽດນາມ - ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຮ່ວມ​ມື​ຊຸກຍູ້​ການ​ຄົ້ນ​ຄ້ວາ​ປະດິດ​ສ້າງ ​ໄດ້​ຈັດ​ຕັ້ງ​ຢູ່​ມະຫາວິທະຍາ​ໄລ George Mason ຂຶ້ນ​ກັບ​ລັດ Virginia, ​ແຫ່ງ​ສະຫະລັດ ອາ​ເມ​ລິ​ກາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກວິທະຍາສາດ ​ແລະ ນັກ​ຄຸ້ມ​ຄອງ 2 ປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​​ໂດຍຕາງໜ້າ​ໃຫ້ລັດຖະບານ 2 ປະ​ເທດ, ທ່ານ ຣດ Jonathan Margolis, ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກ່ຽວ​ກັບ​ດ້ານ​ວິທະຍາສາດ, ສິງ​ແວ​ດລ້ອມ ​ແລະ ສຸຂະພາບ ​ແລະ ດຣ ມາຍ​ຮ່າ, ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ ສັງກັດ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຢີ ຫວຽດນາມ, ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ​ເນັ້ນ​ໜັກ​ນີ້​ແມ່ນ​ພາກສ່ວນ​ສຳ​ຄັນ​ໃນ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ຮ​ອບດ້ານ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພ້ອມ​ກັບ​ປະຊາ​ຄົມ​ຄົ້ນ​ຄ້ວາ​ວິທະຍາສາດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ກໍ່​ຄື​ຊາວ ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ​ໄດ້​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ, ​ແບ່ງປັນ​ຂໍ້​ມູນ​ຂ່າວ​ເພື່ອ​ເພີ່ມ​ທະວີ​ລັກສະນະ​ມີ​ປະສິດທິ​ຜົນ​ຂອງ​ຮູບ​ແບບ​ການ​ຮ່ວມ​ມື​ພາກ​ລັດ​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ​ປະດິດ​ສ້າງ.

 

ຂ່າວ/ບົດ​ອື່ນ