ກອງປະຊຸມສຳມະນາ“ ຮັບມືກັບບັນດາ ກໍລະນີຮ້ອງຟ້ອງ ປ້ອງກັນດ້ານການຄ້າ”

ກອງປະຊຸມສຳມະນາ“ ຮັບມືກັບບັນດາ ກໍລະນີຮ້ອງຟ້ອງ ປ້ອງກັນດ້ານການຄ້າ” - ảnh 1
ການຜະລິດເກີບສົ່ງອອກຂອງຫວຽດນາມ (ພາບປະກອບ)

Vovworld- ວັນ​ທີ 21/3, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ສາຂາ​ນະຄອນ​ໂຮ່ຈິ​ມິນ​ໄດ້​ສົມທົບ​ກັບ​ບໍລິສັດ​ກົດໝາຍ​ທົ່ວ​ໂລກ Mayer Brown JSM ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ຫົວ​ຂໍ້ “ ຮັບມືກັບບັນດາກໍລະນີ ຮ້ອງ​ຟ້ອງປ້ອງກັນດ້ານ ການຄ້າ ແລະ ປ້ອງກັນຕົວຕໍ່ໜ້າສິນຄ້ານຳເຂົ້າ ທີ່ກໍ່ຜົນເສຍຫາຍ”

      ທ່ານວໍ້ເຕີນແທ່ງ ຜູ້ອຳນວຍການຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ສາຂາ​ນະຄອນ​ໂຮ່ຈິ​ມິນ​ໃຫ້ຮູ້ວ່າ ບັນດາກໍລະນີຮ້ອງຟ້ອງຕ້ານການຂາຍບຸບລາຄາ , ຕ້ານການໜູນຊ່ວຍ​ພວມ​ແມ່ນ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ການ​ສຳຜັດ​ຕະຫຼາດ​ຕ່າງປະ​ເທດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຜະລິດ-ການ​ສົ່ງ​ອອກ... ​ເພື່ອ​ສາມາດ​ຜ່ານ​ຜ່າ​ບັນດາ​ຮົ້ວ​ກີດຂວາງ​ນີ້, ກ່ອນ​ອື່ນ​ໝົດ​, ວິ​ສາ​ຫະກິດ​ຄວນ​ຊອກ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງການປ້ອງກັນດ້ານການຄ້າ, ຕ້ອງ​ມີ​ຍຸດ​ທະ​ສາດເທື່ອ​ລະ​ກ້າວ​ເພື່ອ ​ຮັບ​ມື​ຢ່າງ​ລະອຽດ​, ມີ​ປະສິດທິ​ຜົນ​ສຳລັບ​ຕະຫຼາດ​ແຕ່ລະ​ແຫ່ງ, ​ແຕ່ລະ​ຂະ​ແໜງ​ສິນຄ້າ, ພ້ອມ​ກັນ​ນັ້ນ, ຄວນ​ເອົາ​ໃຈ​ໃສ່​ເຖິງ​ສາຍພົວພັນ, ຮ່ວມ​ສຳພັນ​ລະຫວ່າງ​ວິ​ສາ​ຫະກິດ​ກັບ​ວິ​ສາ​ຫະກິດ, ສະຫະ​ສະມາຄົມ ​ແລະ ອົງການ​ຄຸ້ມຄອງ​ລັດ.

    ທີ່ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ຊ່ຽວຊານ​ທີ່​ມາ​ຈາກ ບໍລິສັດ​ກົດໝາຍ​ທົ່ວ​ໂລກ Mayer Brown JSM ​ໄດ້​ສະໜອງ​ບັນດາ​ຄວາມ​ຮູ້, ບົດຮຽນ​ຕົວ​ຈິງ​ກ່ຽວ​ກັບບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ ປ້ອງກັນດ້ານການຄ້າ, ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຮົ້ວ​ກີດຂວາງ​ການ​ຄ້າ​ທີ່​ມີ​ຕໍ່​ຫວຽດນາມ​ຢູ່​ບຣາຊິນ​ແລະ ອື່ນໆ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມ.

ຂ່າວ/ບົດ​ອື່ນ