ພາບປະກອບ:internet
|
(vovworld) - ວັນທີ 15/1, ຫ້ອງການການຄ້າ ອຸດສາຫະກຳ ປາຣີ ຢູ່ຝລັ່ງ ໄດ້ສົມທົບກັບອົງການພັດທະນາແລກປ່ຽນການຄ້າ ສາກົນ ພ້ອມກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຝລັ່ງ ປະຈຳ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາທີ່ມືຫົວຂໍ້ວ່າ “ ຫວຽດນາມ - ມັງກອນໂຕໃຫມ່ຂອງ ອາຊຽນ”. ນີ້ແມ່ນກອງປະຊຸມສຳມະນາເປີດສາກໃຫ້ແກ່ບັນດາການເຄື່ອນໄຫວລະນຶກ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃນປີ 2013. ຫົວຂໍ້ຂອງກອງປະຊຸມສຳມະນາ ໄດ້ເວົ້າເຖິງຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ກໍຄືສາຍພົວພັນ ແລະ ຄວາມລໍຄອຍຂອງປະຊາຄົມວິສາຫະກິດ ຝລັ່ງ ສຳລັບຕະຫລາດນີ້. ກ່າວຄຳເຫັນນະທີ່ນີ້, ທ່ານ ເອກອັກຄະລັດຖະທູດ ເຢືອງຈີຢູ໋ງ ໃຫ້ຮູ້ວ່າ: ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ຝລັ່ງ ມີທ່າພັດທະນາ ແລະ ເຊື່ອມໂຍງໃຫມ່. ມູນຄ່າແລກປ່ຽນການຄ້າສອງສົ້ນ ລະຫວ່າງສອງປະເທດເພີ່ມຂຶ້ນ 13% ເມື່ອທຽບໃສ່ປີ 2011, ບັນລຸກວ່າ 3,3 ຕື້ USD. ຝລັ່ງ ແມ່ນນັກລົງທຶນຢືນອັນດັບສອງ ຂອງເອີລົບ ຢູ່ ຫວຽດນາມ, ດ້ວຍ 340 ໂຄງການ ແລະ ຍອດເງິນລົງທຶນຈົດທະບຽນແມ່ນ 3 ຕື້ USD.