ກອງປະຊຸມສຳມະນາ“65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລັດເຊຍ-ຫວຽດນາມ”

ກອງປະຊຸມສຳມະນາ“65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລັດເຊຍ-ຫວຽດນາມ” - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) –  ​ກອງ​ປະ​ຊຸມ​ສຳ​ມະ​ນາ​ “65ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລັດ​ເຊຍ-ຫວຽດ​ນາມ” ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 28/1, ຢູ່​ມົດ​ສ​ກູ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາ​ບ ລັດ​ເຊຍ - ຫວຽດ​ນາມ Vladimir Buianov ໄດ້​ທົບ​ທວນ​ຄືນ​ປະ​ຫວັດ​ສາດ, ຄວາມ​ໝາຍ​ຂອງ​ເລື່ອງ 2 ລັດ​ຖະ​ບານ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດເມື່ອ​ວັນ​ທີ 30/1/1950, ຊີ້​ແຈ້ງ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ເຊິ່ງ​ສະ​ມາ​ຄົມ​ຈະ​ປະ​ຕິ​ບັດ​ໃນ​ປີ 2015 ເພື່ອ​ສະ​ເຫຼີມ​ສະຫຼອງ​ບັນ​ດາ​ວັນ​ບຸນ​ໃຫຍ່​ຂອງ​ທັງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ.

        ​ທ່ານອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຫງວຽນ​ຮູ່ງ ​ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ກ່ອນນີ້ ແລະ ປະ​ຈຸ​ບັນ ແລະ ​ໄດ້​ຊີ້​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້າ​ນ​ເຊິ່ງ​ທັງ 2 ປະ​ເທດ​ສ້າງ​ຕັ້ງ​ເມື່ອ​ປີ 2012 ແລະ ບັນ​ດາ​ແງ່​ຫວັງ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ລັດ​ເຊຍ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາກໍ່​ມີ​ບົດ​ກ່າວ​ຄຳ​ເຫັນ​ຢັ້ງ​ຢືນ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດ​ີ​ງາມ​ລະ​ຫວ່າງ ລັດ​ເຊຍ ແລະ ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄຸນ​ສ້າງ​ຕະຫຼອດ​ໄປ.

 


ຂ່າວ/ບົດ​ອື່ນ