ກອງປະຊຸມສຳມະນາກ່ຽວກັບສົນທິສັນຍາສາກົນກ່ຽວກັບການຕ້ານການທໍລະມານ
(ພາບ: baomoi.com)
(vovworld) – ກອງປະຊຸມສຳມະນາສາກົນກ່ຽວກັບສົນທິສັນຍາກ່ຽວກັບການຕ້ານການທໍລະມານ ແລະ ບັນດາຮູບການປະພຶດ ຫຼື ລົງໂທດຢ່າງໂຫດຮ້າຍສາມານ ຫຼື ໃສ່ຮ້າຍປາຍສີ ໂດຍກົມບັນດາອົງການສາກົນ, ກະຊວງການຕ່າງປະເທດ ຈັດຕັ້ງໃນຕອນເຊົ້າວັນທີ 8/12, ຢູ່ນະຄອນໂຮ່ຈີມິນ. ກອງປະຊຸມສຳມະນາໄດ້ແນະນຳສັງລວມ ແລະ ຮອບດ້ານກ່ຽວກັບໜຶ່ງໃນບັນດາເອກະສານສາກົນສຳຄັນກ່ຽວກັບສິດທິມະນຸດ, ຜ່ານນັ້ນປະກອບສ່ວນເພີ່ມທະວີຍົກສູງຄວາມຮັບຮູ້ສະຕິຂອງບັນດາອົງການ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນໃນທົ່ວສັງຄົມກ່ຽວກັບບັນດາຂໍ້ກຳນົດກົດໝາຍ ແລະ ກົນໄກໃນການສະກັດກັ້ນບັນຫານີ້. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫວູແອງກວາງ, ຫົວໜ້າກົມບັນດາອົງການສາກົນ, ກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:
“ເລື່ອງປະຕິບັດສົນທິສັນຍາຕ້ານການທໍລະມານລວມມີບັນຫານິຕິກຳ ແລະ ວຽກງານໂຄສະນາເຜີຍແຜ່ຍົກສູງຄວາມຮູ້ຂອງປະຊາຊົນກ່ຽວກັບຂົງເຂດນີ້ດັ່ງນັ້ນມັນຮຽກຮ້ອງໃຫ້ມີການເຂົ້າຮ່ວມຢ່າງກ້ວາງຂວາງຂອງບໍ່ພຽງແຕ່ບັນດາອົງການກ່ຽວຂ້ອງຈາກສູນກາງລົງຮອດທ້ອງຖີ່ນເທົ່ານັ້ນ, ຫາກຮຽກຮ້ອງໃຫ້ມີການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາອົງການການເມືອງ ສັງຄົມ ແລະ ປະຊາຊົນ. ກອງປະຊຸມສຳມະນານີ້ແມ່ນການປະກອບສ່ວນທີ່ມີປະໂຫຍດໃຫ້ບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະ ທົ່ວສັງຄົມໃນວຽກງານປະຕິບັດສົນທິສັນຍານີ້”
ພາຍຫຼັງ ຫວຽດນາມ ເຊັນສົນທິສັນຍາຕ້ານການທໍລະມານໃນວັນທີ 7/11/2013, ສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍານີ້ຢ່າງເປັນທາງການທີ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຊຸດທີ 13 ຫວ່າງມໍ່ໆມານີ້.