ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ)
ກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ) |
(vovworld)- ວັນທີ 3/8, ຢູ່ນະຄອນໂຮ່ຈິມິນ, ກຳມາທິການຍຸດຕິທຳ ສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ). ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ເປັນປະທານ ກອງປະຊຸມສຳມະນາ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນທີ່ເຂົ້າຮ່ວມສ່ວນຫຼາຍໄດ້ສະເໜີສືບຕໍ່ປະຕິບັດການຕັດສິນ ໂທດປະຫານຊີວິດສຳລັບອາດຊະຍາກຳທີ່ມີລັກສະນະສະແຫວງຫາຜົນປະໂຫຍດ, ເປັນຕົ້ນແມ່ນການກະທຳຜິດຮັບສິນບົນ ແລະ ສໍ້ລາດບັງຫຼວງ. ຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ) ໄດ້ສ້າງຂຶ້ນໃນສະພາວະຜັນຂະຫຍາຍການປະຕິບັດລັດຖະທຳມະນູນປີ 2013 ດ້ວຍຫຼາຍຈຸດໃໝ່ ຊຶ່ງຈຸດສຸມແມ່ນປົກປ້ອງສິດທິທະນຸດ, ສິດພົນລະເມືອງ, ການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ ໂດຍປະຊາຊາຊົນ ແລະ ເພື່ອປະຊາຊົນ.