ກອງປະຊຸມສຳມະນາພັດທະນາການທ່ອງທ່ຽວເຂດທິດເໜືອ-ທິດໃຕ້ພາກກາງ
(ພາບປະກອບ)
(vovworld) – ວັນທີ 20/02, ຢູ່ແຂວງ ເງ້ອານ ໄດ້ຈັດກອງປະຊຸມສຳມະນາພັດທະນາ ການທ່ອງທ່ຽວເຂດທິດເໜືອ - ທິດໃຕ້ພາກກາງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຫ້ວ ຢືນຢັນວ່າ, ພາກກາງ ແມ່ນເຂດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວ, ແຕ່ຍັງບໍ່ທັນໄດ້ຂຸດຄົ້ນໃຫ້ໝົດ. ສະນັ້ນ, ໃນສະພາບເຊື່ອມໂຍງຄືປະປະຈຸບັນ, ບັນດາແຂວງພາກກາງ ຕ້ອງມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບທ່າແຮງຂອງແຕ່ລະທ້ອງຖິ່ນ, ເຂົ້າໄຈແຈ້ງສະພາບຂະແໜງທ່ອງທ່ຽວຂອງເຂດໃນທຸກແງ່ມູມຄືພື້ນຖານໂຄງລ່າງ, ຜະລິດຕະພັນທ່ອງທ່ຽວ, ພ້ອມທັງເອົາໃຈໃສ່ຮຽນເອົາບົດຮຽນການພັດທະນາການທ່ອງທ່ຽວຂອງປະເທດເພື່ອນມິດ… ນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປ່າຍແຫຼມ, ປະກອບສ່ວນສ້າງພາກກາງໃຫ້ນັບມື້ນັບສີວິໄລ, ຮັ່ງມີ, ສວຍງາມກວ່າ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ສະເໜີບັນດາບົດປະກອບຄວາມເຫັນສະເໜີບັນດາມາດຕະການແກ້ໄຂການຮ່ວມສຳພັນພັດທະນາການທ່ອງທ່ຽວເຂດທິດເໜືອ-ທິດໃຕ້ພາກກາງ ໄລຍະ 2016 – 2020.