( vovworld ) - ໃນຂອບເຂດບັນດການເຄື່ອນໄຫວຕອບສະໜອງປີທ່ອງທ່ຽວແຫ່ງຊາດເຂດແຄມທະເລຕອນເໜືອພາກກາງຫວຽດນາມ 2012 ແລະ ງານບຸນ “ ຂົວເຊື່ອມຕໍ່ຂ້າມອາຊີ ” ຄັ້ງທີ 3 ປີ 2012, ຕອນເຊົ້າວັນທີ 28/7, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລະ ຄະນະກຳມະການປະຊາຊົນແຂວງ ກວາງຈິ້ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນຮ່ວມມືພັດທະນາເສດຖະກິດ, ທ່ອງທ່ຽວຢູ່ແລວເສດຖະກິດຕາເວັນອອກ ຕາເວັນຕົກ (EWEC). ມີບົດປະກອບຄວາມເຫັນ 20 ກວ່າບົດຂອງບັນດາຜູ້ແທນພາຍໃນ ແລະ ຕ່າງປະເທດໄດ້ຢືນຢັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ກາລະໂອກາດທີ່ໃຫຍ່ຫຼວງຂອງ EWEC ໃນການພັດທະນາເສດຖະກິດ, ທ່ອງທ່ຽວ, ການບໍລິການຢູ່ບັນດາທ້ອງຖິ່ນຂອງ 4 ປະເທດໄດ້ຮັບຜົນປະໂຫຍດຈາກ EWEC; ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ ກວາງຈິ້ ໃນ EWEC ໃນການພັດທະນາເສດຖະກິດ, ດຶງດູດການລົງທຶນ, ທ່ອງທ່ຽວ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Nguyen Duc Cuong, ປະທານກະມຳນປະຊາຊົນແຂວງ ກວາງຈິ້, ໃຫ້ຮູ້ວ່າ.
“ ດ້ວຍຫົວຂໍ້ຮ່ວມມືແລວເສດຖະກິດຕາເວັນອອກ ຕາເວັນຕົກ, ພວກຂ້າພະເຈົ້າມີຄວາມຫວັງວ່າ, ຜ່ານບັນດາບົດປະກອບຄວາມເຫັນ ແລະ ບັນດາຄຳຄິດຄຳເຫັນແລກປ່ຽນໄດ້ຊ່ວຍໃຫ້ແຂວງກວາງຈິ້ ມີທິດເດີນທີ່ຈະແຈ້ງ, ບັນດາມາດຕະການທີ່ມີປະສິດທິຜົນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນພັດທະນາເສດຖະກິດ, ທ່ອງທ່ຽວ ນຳແຂວງກວາງຈິ້ ພັດທະນາຢ່າງແຂງແຮງກວ່າ ”.