ກອງປະຊຸມສຳມະນາວິທະຍາສາດ “ຫວຽດນາມ ໃນປະຊາຄົມໂລກ”

ກອງປະຊຸມສຳມະນາວິທະຍາສາດ “ຫວຽດນາມ ໃນປະຊາຄົມໂລກ” - ảnh 1
(ພາບປະກອບ)
(vovworld) -  ກອງ​ປະ​ຊຸ​ມສຳ​ມະ​ນາ​ວິທະຍາສາດ​ຄົ້ນຄວ້າກ່ຽວ​ກັບ​ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ ​ໃນ​ປະຊາ​ຄົມ​ໂລກ”, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 20/05, ຢູ່​ສະ​ຖາ​ບັນຕາ​ເວັນ​ອອກ​ໄກ, ສະ​ຖາບັນມະຫາບັນດິດວິທະຍາສາດ​ແຫ່ງ​ສະຫະພັນ​ລັດ​ເຊຍ. ກອງ​ປະຊຸມ​ມີ 2 ພາກ​ຕົ້ນ​ຕໍ່​ແມ່ນ “ຫວຽດນາມ ທັນ​ສະ​ໄໝ” ​ແລະ “ຫວຽດນາມ ທີ່​ເປັນ​ມູນ​ເຊື້ອ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຟ້າ​ມ​ຊວນ​ເຊີນ ​ໄດ້​ສະ​ແດງ​ບົດ​ປະກອບ​ຄຳ​ເຫັນ “ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ພາຍ​ໃຕ້​​ແສງ​ສະ​ຫວ່າງມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກ​ອມມູນິດ​ຫວຽດນາມ”, ​ຊຶ່ງ​ໄດ້​ເຕື້ອງເຖິງ 3 ​ເນື້ອ​ໃນ​ຕົ້ນ​ຕໍ່​ນັ້ນ​ແມ່ນ; ​ເປົ້າໝາຍ, ໜ້າ​ທີ່, ທິດ​ທາງ ​ແລະ ບັນດາ​ການ​ກຳນົດທິດ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ; ບັນດາ​ຜົນງານ​​ທີ່​ບັນລຸ​ໄດ້​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ໃນ​ໄລຍະ “ປ່ຽນ​ໃໝ່” ​ແລະ ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃນ​ໄລຍະ​ປະຈຸ​ບັນ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ການ​ນຳ​ກົມ​ອາຊີ 3, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ Khovaev ຖື​ວ່າ ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ຊ່ອງ​ສຳຄັນ​ເພື່ອ​ສ້າງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ກັບ​ຫວຽດນາມ ກໍ​ຄື​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ປະ​ເທດ. ​​ເມື່ອ​ເວົ້າ​ເຖິງການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຫວຽດນາມ, ທ່ານ Khovaev ​ໃຫ້​ຮູ້​ວ່າ.

        “ທິດ​ສະ​ດີກາ​ນຕ່າງປະ​ເທດ​ໃໝ່​ຂອງ​ລັດ​ເຊຍ ຖື​ກທ່ານ​ປະທານາທິບໍດີ​ລັດ​ເຊຍ Putin ສືບ​ຕໍ່​ຢືນຢັນ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກັບ​ຫວຽດນາມ. ກ່ຽວ​ກັບ​ຝ່າຍ​ກະຊວງ​ການ​ຕ່າງປະ​ເທດ, ພວກ​ຂ້າພະ​ເຈົ້າພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາລັດຖະນະ​ໂຍບາຍການ​ເມືອງ​ຂອງ​ການ​ນຳ​ລັດ​ໃນ​ການ​ພົວພັນ​ກັບ​ຫວຽດນາມ, ພ້ອມ​ທັງ​ປະຕິບັດ​ບັນ​ດາ​ຂໍ້​ຕົກລົງ​ຮ່ວມ​ມື​ສຳຄັນຫຼາຍ​ດ້ານ​ເຊິ່ງ 2 ຝ່າ​ຍບັນລຸ​ໄດ້. ຂ້າພະ​ເຈົ້າ​ຄິ​ດວ່າ, ​ໃນ​ໄລຍະ 5 – 6 ປີມໍ່ໆມາ​ນີ້, 2 ປະ​ເທດ​ພວກ​ເຮົາ​ບັນລຸ​ໄດ້​ຜົນງານ​ສຳຄັນຫຼາຍ​ຢ່າງ, ການ​ພົວພັນ​ລະຫວ່າ​ງ 2 ປະ​ເທດ​ໄດ້​ມີ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ, ທີ່​ຕັ້ງ​ບົດບາດຂອງ 2 ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ບົນ​ເວທີ​ສາກົນ”.

ຂ່າວ/ບົດ​ອື່ນ