ກອງປະຊຸມສຳມະນາວິທະຍາສາດສາກົນ “ສັນຍາປີຣີ 1973”

ກອງປະຊຸມສຳມະນາວິທະຍາສາດສາກົນ “ສັນຍາປີຣີ 1973” - ảnh 1
ການເຈລະຈາສັນຍາ ປາຣີ
ພາບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 17/1 ຢູ່​ ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ວິທະຍາສາດ ສັງຄົມ ​ແລະ ມະນຸດສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ​ສາກົນ “ສັນຍາ​ປາຣີປີ 1973: ​ຫວນ​ຄືນ 40 ປີ ກ່ອນ”. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ມີ​ບັນດາ​ນັກວິທະຍາສາດ​ສາກົນ​ມາ​ຈາກ​ບັນດາ​ສະຖາບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ, ປະຫວັດສາດ​ການ​ທະຫານ ຂຶ້ນກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ຝລ່ັງ, ມະຫາວິທະຍາ​ໄລ ​ເຢຍລະ​ມັນ, ມະຫາວິທະຍາ​ໄລ ​ Havard ອາ​ເມ​ລິ​ກາ. ສ່ວນຝ່າຍ ຫວຽດນາມ ​ມີ​ບັນດາ​ຜູ້​ແທນ​ຊຶ່ງ​ແມ່ນ ອະດີດ​ເອກ​ອັກຄະ​ລັດຖະທູດ, ພະນັກງານ​ການ​ທູດ, ສະມາຊິກ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ປາຣີ, ຕົວພະຍານ​ປະຫວັດສາດ, ສາ​ສະ​ດາ​ຈານ ​ແລະ ນັກ​ຄົ້ນ​ຄ້ວາ​ວິທະຍາສາດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ສາ​ສະ​ດາ​ຈານ, ດຣ ຫງວຽນ​ວັນ​ແຄງ, ຜູ້ອຳນວຍການ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ສາດ ຢືນຢັນ​ວ່າ: ສັນຍາ​ປາຣີ ປີ 1973 ບໍ່​ພຽງ​ແຕ່​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນຍິ່ງ​ສຳລັບ​ພາລະກິດ​ຍາດ​ເອົາ​​ເອກະ​ລາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ເທົ່າ​ນັ້ນ ຫາກ​ແມ່ນ​ເຫດການ​ປະຫວັດສາດ ມີ​​ເນື້ອ​ໃນ​ສິລະ​ປະຍຸດ​ການ​ທະຫານ, ສິລະ​ປະຍຸດ​ການ​ເຈລະຈາ ​ແລະ ບັນດາ​ບັນຫາ​ສາກົນ​ອື່ນໆ.

        “ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງນີ້ ​ແມ່ນ​ການ​ສັງ​ເກດ​ຮອບດ້ານ, ສຸມ​ໃສ່​ເນື້ອ​ໃນ​ຕົ້ນຕໍ​ຈຳນວນ​ຫນຶ່ງ. ປາດ​ຖະຫນາ​ວ່າ ຈາກ​ບັນດາ​ບົດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຄຳ​​ປຶກສາ​ຫາລືທີ່​ກອງ​ປະຊຸມ​ສຳ​ມະ​ນາ, ພວກ​ເຮົາ​ຈະ​ຖອດ​ຖອນ​ບົດຮຽນຫລາຍ​ຢ່າງ​ທີ່​ມີ​ປະ​ໂຫຍ​ດ ກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ, ການ​ປະ​ທະ​ກັນ ​ແລະ ສົງຄາມ​ພາກສ່ວນ, ​ໂດຍ​ອີງ​ໃສ່​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ ​ແລະ ການ​ເຈລະຈາ, ​ໃນ​ສະພາບ​ພາກ​ພື້ນ ​ແລະ ສາກົນ ນັບ​ມື້​ນັບ​ຜັນ​ແປ​ໄປ​ຢ່າງ​ສັບສົນ​​ຄື​ປະຈຸ​ບັນ.”

 

ຂ່າວ/ບົດ​ອື່ນ