ກອງປະຊຸມສຳມະນາສາກົນຝະລັ່ງ - ຫວຽດນາມຄັ້ງທີ 5 ກ່ຽວກັບ Didactic ຄະນິດສາດ
ບັນດານັກສຳມະນາກອນທີ່ເຂົ້າຮ່ວມກອງປະຊຸມສຳມະນາສາກົນຝະລັ່ງ - ຫວຽດນາມຄັ້ງທີ 5 ກ່ຽວກັບ Didactic ຄະນິດສາດ |
(vovworld)- ກອງປະຊຸມສຳມະນາສາກົນຝະລັ່ງ - ຫວຽດນາມຄັ້ງທີ 5 ກ່ຽວກັບ Didactic ຄະນິດສາດ ໄດ້ຈັດຂຶ້ນຢູ່ນະຄອນເຫ້ວໃນວັນທີ 18/4 ຊຶ່ງໄດ້ມີການເຂົ້າຮ່ວມຂອງບັນດານັກຄົ້ນຄ້ວາ, ຄູອາຈານກ່ຽວກັບການສຶກສາຄະນິດສາດທີ່ມາຈາກຝະລັ່ງ ແລະ ຫວຽດນາມເປັນຈຳນວນຫຼວງຫຼາຍ.
ບັນດານັກສຳມະນາກອນໄດ້ສຸມໃສ່ປຶກສາຫາລືກ່ຽວກັບ 3 ຫົວເລື່ອງຕົ້ນຕໍຄື : ກໍ່ສ້າງ ຄູອາຈານສອນຄະນິດສາດ ແລະ ຝຶກຫັດວິຊາຊີບ; ຊັບພະຍາກອນ ແລະ ບັນດາເຕັກໂນໂລຢີການສຶກສາໃນການສອນ; ບັນດາບັນຫາສິດສອນທີ່ວາງອອກຢູ່ໃນໄລຍະເຊື່ອມຕໍ່ລະຫວ່າງຊັ້ນອະນຸບານ ແລະ ປະຖົມ, ປະຖົມ ແລະ ມັດທະຍົມຕອນຕົ້ນ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ, ມັດທະຍົມຕອນປາຍ ແລະ ມະຫາວິທະຍາໄລ…….