ກອງປະຊຸມສຳມະນາ“ອະທິປະໄຕຫວຽດນາມຢູ່ທະເລຕາເວັນອອກໃນໜັງສືພິມພັກ”
ກອງປະຊຸມສຳມະນາບັນດາໜັງສືພິມຂອງພັກເຂດພາກກາງ - ໄຕງວຽນຄັ້ງທີ 5
(ພາບ: qdnd.vn)
|
(vovworld) – ຕອນເຊົ້າວັນທີ 26/3, ຢູ່ດ່ານັ້ງ, ໄດ້ດຳເນີນກອງປະຊຸມສຳມະນາບັນດາໜັງສືພິມຂອງພັກເຂດພາກກາງ - ໄຕງວຽນຄັ້ງທີ 5 ໂດຍໜັງສືພິມ ດ່ານັ້ງ ເປັນເຈົ້າພາບຈັດຕັ້ງດ້ວຍຫົວຂໍ້ວ່າ “ອະທິປະໄຕ ຫວຽດນາມ ຢູ່ທະເລຕາເວັນອອກ ໃນໜັງສືພິມພັກ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງເລຂາຜູ້ປະຈຳການຄະນະພັກນະຄອນ ດ່ານັ້ງ ຫວໍກົງຈີ໋ ຢັ້ງຢືນວ່າ: ດ່ານັ້ງແມ່ນສະຖານທີ່ສຳຄັນຂອງປະເທດຊາດໃນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ດ້ວຍປະຫວັດສາດຕິດພັນກັບພາລະກິດຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ຮັກສາເອກະລາດ, ເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ… ປະຈຸບັນ, ນະຄອນພວມຜັນຂະຫຍາຍການກໍ່ສ້າງຫໍວາງສະແດງ ຮ່ວາງຊາ ແລະ ເລື່ອງກໍ່ສ້າງກິດຈະກຳນີ້ກໍ່ປະກອບສ່ວນສົ່ງຜົນສະທ້ອນເຖິງສະຕິປົກປັກຮັກສາອະທິປະໄຕ, ຮັກສາບັນດາຄຸນຄ່າປະຫວັດສາດຂອງ ຮ່ວາງຊາ ສຳລັບປະຊາຊົນນະຄອນເວົ້າສະເພາະ ແລະ ປະຊາຊົນທົ່ວປະເທດເວົ້າລວມ… ໄລຍະຈະມາເຖິງ, ໜັງສືພິມຂອງພັກຕ້ອງເອົາໃຈໃສ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ເຖິງປະຊາຊົນທຸກຊັ້ນວັນນະ, ຜ້ານນັ້ນຍົກສູງສະຕິ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ປຸກລຸກຄວາມຕັດສິນໃຈຂອງທຸກຄົນ, ສ້າງຄວາມເຫັນດີເຫັນພ້ອມກ່ຽວກັບແນວຄິດ ແລະ ການກະທຳນັບມື້ນັບສູງໃນພັກ ແລະ ໃນສັງຄົມ, ຢັ້ງຢືນອະທິປະໄຕທະເລ, ເກາະ ຫວຽດນາມ ຢູ່ທະເລຕາເວັນອອກ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.