ກອງປະຊຸມອາສາ ສະໝັກແຫ່ງຊາດ ຄັ້ງທີ 2
“ສະໝັກໃຈເພື່ອສັນຕິພາບ ແລະການພັດທະນາ” ແມ່ນຫົວເລື່ອງຂອງກອງປະຊຸມອາສາສະໝັກແຫ່ງຊາດຄັ້ງທີ 2, ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ສົມທົບກັບໂຄງານອາສາສະໝັກ ສປຊ ຈັດຂຶ້ນເມື່ອຕອນເຊົ້າວັນທີ 5/12, ຢູ່ຮ່າໂນ້ຍ. ກອງປະຊຸມຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນອາສາສະໝັກສາກົນຄືວັນທີ 5/12 ແລະ 10 ປີແຫ່ງວັນຜູ້ອາສາສະໝັກສາກົນ (2001-2011) ໂດຍມີການເຂົ້າຮ່ວມຂອງຜູ້ແທນ 250 ຄົນ ຕາງໜ້າໃຫ້ວົງຄະນາຍາດຜູ້ອາສາສະໝັກ, ບັນດາອົງການຈັດຕັ້ງພາຍໃນ ແລະຕ່າງປະເທດ. ເມື່ອຕີລາຄາກ່ຽວກັບຂະບວນການອາສາສະໝັກຢູ່ຫວຽດນາມໃນໄລຍະຜ່ານມາ, ທ່ານນາງ Setsuko Yamzaki ຜູ້ອຳນວຍການໂຄງການພັດທະນາ ສປຊ ປະຈຳຫວຽດນາມເນັ້ນໜັກວ່າ: “ຂະບວນການອາສາສະໝັກຢູ່ຫວຽດນາມມີປະຫວັດສາດມາແຕ່ດົນນານ ແລະໄດ້ສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດຢ່າງເລິກເຊີ່ງ. ແຕ່ລະປີ, ມີປະຊາຊົນນັບພັນຄົນເຂົ້າຮ່ວມການເຄືອ່ນໄຫວອາສາສະໝັກ ແລະຊາວຫວຽດນາມຫລາຍຄົນຖືວ່າ ນີ້ແມ່ນວຽກງານປົກກະຕິ ແລະຂ້າພະເຈົ້ານັບຖື ຈິດໃຈດັ່ງກ່າວ ຂອງພວກຫເພື່ອນທີ່ສຸດ”.
ທູຮັ່ງ