ກອງປະຊຸມເຈລະຈາເຈົ້າໜ້າທີ່ຂັ້ງສູງປ້ອງກັນປະເທດເວທີປາໄສພາກພື້ນອາຊຽນ

ກອງປະຊຸມເຈລະຈາເຈົ້າໜ້າທີ່ຂັ້ງສູງປ້ອງກັນປະເທດເວທີປາໄສພາກພື້ນອາຊຽນ - ảnh 1
ກອງປະຊຸມເຈລະຈາເຈົ້າໜ້າທີ່ຂັ້ງສູງ
ປ້ອງກັນປະເທດເວທີປາໄສພາກພື້ນອາຊຽນ
(ພາບ: nhandan)


(vovworld) - ກອງ​ປະ​ຊຸມ​ເຈ​ລະ​ຈາ​ເ​ຈົ້າ​ໜ້າ​ທີ່​ຂັ້​ງ​ສູງ​ປ້ອງ​ກັນ​ປະ​ເທດ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF - DOD) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 05/05 ຢູ່​ຫຼວງ​ພະ​ບາງ, ປະ​ເທດ​ລາວ ຢ່າງ​ເປັນ​ທາງ​ການ. ເຂົ້າ​ຮ່ວມ​ ARF – DOD ມີ​ບັນ​ດາ​ຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽ​ນ ແບະ ບັນ​ດາ​ປະ​ເທດ​ຄູ່​ຮ່​ວມ​ມື, ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ ຄື: ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່​ປຸ່ນ, ຜູ້​ຕາງ​ໜ້າ​ຄະ​ນະ​ເລ​ຂາ​ອາ​ຊຽນ… ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານພົນ​ຈັດ​ຕະ​ວາ ຫວູ​ຕຽນ​ຈ້ອງ, ຫົວ​ໜ້າ​ສະ​ຖາ​ບັນ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັ​ນ​ຊາດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ໜ້າ, ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ດ້ວຍ​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ຜ່ານ​ການ​ເຈ​ລະ​ຈ​າ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ”, 2 ເນື້ອ​ໃນ​ຕົ້ນ​ຕໍ່​​ທີ່ເຈ​ລະ​ຈາ​ຄັ້ງ​ນີ້​ແມ່ນ​ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ, ແກ້​ໄຂ​ໄພ​ພິ​ບັດ​ທຳ​ມະ​ຊາດ; ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ໃນ​ພາກ​ພື້ນ ແລະ ຄວາມ​ປອດ​ໄພ​ທາງ​ດ້ານ​ເຄືອ​ຂ່າຍ​ອີນ​ເຕີ​ແນດ. ກອງ​ປະ​ຊຸມ​ຄັ້ງ​ນີ້ກໍ່​ຊີ້​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ ໃນ​ການ​ເດີນ​ຕາມ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ບັດ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈ​ລະ​ຈາ​ຂອງອ​າ​ຊຽນ.

ຂ່າວ/ບົດ​ອື່ນ