ກອງປະຊຸມເທື່ອທີສອງ ສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13

(VOVWORLD) -ຕອນເຊົ້າວັນທີ 5 ມີນາ, ສະພາປະຊາຊົນແຫ່ງຊາດຈີນ ໄດ້ ຈັດກອງປະຊຸມເທື່ອທີສອງ ສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ຢູ່ນະຄອນຫຼວງປັກກິ່ງ.
ກອງປະຊຸມເທື່ອທີສອງ ສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 - ảnh 1ກອງປະຊຸມເທື່ອທີສອງ ສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 (ພາບ: People.cn)

ເຂົ້າຮ່ວມກອງປະຊຸມ ມີ ທ່ານສີຈີ້ນຜິງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ທ່ານ ນາຍົກລັດຖະມົນຕີ ຫລີເຄີ້ສຽງ  ພ້ອມດ້ວຍຜູ້ແທນປະຊາຊົນທົ່ວປະເທດ ເປັນຈຳນວນຫລວງຫລາຍ. ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນຂຶ້ນຜ່ານບົດລາຍງານວຽກງານຂອງລັດຖະບານໃນໜຶ່ງປີທີ່ຜ່ານມາໃນກອງປະຊຸມ, ໃນນັ້ນ ເນັ້ນຫນັກເຖິງ ບັນດາຄາດໝາຍພັດທະນາເສດຖະກິດ ສັງຄົມ ທີ່ບັນລຸໄດ້ໃນປີຜ່ານມາ ແລະ ວາງອອກແຜນການໃຫ້ປີ 2019 ແລະ ປີຕໍ່ໄປ. ກອງປະຊຸມຈະດຳເນີນໃນເວລາ 11 ວັນ ແລະ ອັດລົງໃນຕອນເຊົ້າວັນທີ 15 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ